ກະກຽມໃຫ້ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ, ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ
(ກະກຽມໃຫ້ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ,
ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ)
(vovworld) – ຕອນບ່າຍວັນທີ 21/08, ຢູ່ນະຄອນໂຮ່ຈິມິນ, ກອງປະຊຸມພະນັກງານທົ່ວປະເທດຊາບຊຶມ, ຜັນຂະຫຍາຍຄຳສັ່ງຂອງກົມການເມືອງ ກ່ຽວກັບກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ແລະ ປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງແນະນຳການປະຕິບັດກົດລະບຽບເລືອກຕັ້ງໃນພັກທີ່ໄດ້ສຳເລັດດ້ານເນື້ອໃນ, ລາຍການທີ່ໄດ້ວາງອອກ. ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານ ໂຕຮຸຍເຣື໋ອ, ກຳມະການກົມການເມືອງ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໜັກວ່າ, ເພື່ອຮັບປະກັນໃຫ້ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນບັນລຸຜົນສຳເລັດ, ບັນດາການນຳຄະນະພັກທຸກຂັ້ນຕ້ອງກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນຢ່າງແໜ້ນແຟ້ນ, ຖືກຕາມຫຼັກການ ແລະ ດຳເນີນພ້ອມກັບການນຳເພື່ອປະຕິບັດບັນດາໜ້າທີ່ການເມືອງຂອງທ້ອງຖິ່ນ, ຫົວໜ່ວຍເປັນຢ່າງດີ; ຍູ້ແຮງການປະຕິບັດມະຕິສູນກາງທີ 4 ຊຸດທີ 11 ກ່ຽວກັບການກໍ່ສ້າງພັກ ແລະ ຄຳສັ່ງເລກທີ 03 ຂອງກົມການເມືອງ ກ່ຽວກັບການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນ. ໄປຄຽງຄູ່ກັບການຊີ້ນຳວຽກງານກະກຽມກອງປະຊຸມໃຫຍ່, ຄະນະພັກທຸກຂັ້ນຕ້ອງຍູ້ແຮງການຊີ້ນຳ ບັນດາໜ້າທີ່ກ່ຽວກັບການກໍ່ສ້າງພັກ, ສ້າງລະບົບການເມືອງ, ພັດທະນາເສດຖະກິດ, ສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຮັບປະກັນປະຕິບັດບັນດາຄາດໝາຍ, ໜ້າທີ່ເຊິ່ງມະຕິຂອງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນອາຍຸການ 2010 – 2015 ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກໄດ້ວາງອອກຢ່າງມີໄຊ.