ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ທີ່ກອງປະຊຸມ |
(vovworld)- ກະຊວງຖະແຫຼງຂ່າວ ແລະ ສື່ສານປ່ຽນໃໝ່ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເພື່ອຮັບໃຊ້ພາລະກິດພັດທະນາຂອງປະເທດຊາດ. ນີ້ແມ່ນຄຳສະເໜີຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ທີ່ກອງປະຊຸມຜ່ານເຄືອຂ່າຍອິນເຕີເນັດກ່ຽວກັບການສະຫຼຸບວຽກງານປີ 2014 ແລະ ຜັນຂະຫຍາຍໜ້າທີ່ປີ 2015 ຂອງກະຊວງຖະແຫຼງຂ່າວ ແລະ ສື່ສານຊຶ່ງຖືກດຳເນີນໃນວັນທີ 26/12 ຢູ່ 3 ສະຖານທີ່ ຮ່າໂນ້ຍ, ນະຄອນໂຮ່ຈິມິນ, ແລະ ນະຄອນ ດ່ານັ້ງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ຖືວ່າ :
“ ການພັດທະນາທາງດ້ານໂທລະຄົມ, ໄປສະນີ, ເຕັກໂນໂລຢີຂໍ້ມູນຂ່າວສານຢູ່ເຂດຫ່າງໄກສອກຫຼີກ ບໍ່ພຽງແຕ່ແມ່ນການບໍລິການໂດຍພື້ນຖານເທົ່ານັ້ນ, ຫາກຍັງແມ່ນຄວາມຮຽກຮ້ອງຕ້ອງການໃຫ້ມີບັນດາລະບອບລະບຽບການ, ກົນໄກຕ່າງໆ. ບັນດາວຽກງານຄຸ້ມຄອງທັງໝົດຈາກສື່ມວນຊົນ, ໄປສະນີໂທລະຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານ ກ່ອນອື່ນໝົດຕ້ອງປົກປ້ອງສິດຜົນປະໂຫຍດຂອງປະຊາຊົນ, ຫຼັງຈາກນັ້ນ, ແມ່ນການເສີມຂະຫຍາຍການເຂົ້າຮ່ວມປະກອບສວ່ນຂອງປະຊາຊົນ, ຂອງທົ່ວສັງຄົມອີກດ້ວຍ ”