ກະຊວງປ້ອງກັນປະເທດ ຫວຽດນາມ ຈັດກອງປະຊຸມຄະນະຊີ້ນຳ Covid-19

(VOVWORLD) - ຕອນເຊົ້າວັນທີ 17 ມີນາ, ທີ່ຮ່າໂນ້ຍ, ຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ຂອງກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍບັນດາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ໄລຍະທີ 2. 
ກະຊວງປ້ອງກັນປະເທດ ຫວຽດນາມ ຈັດກອງປະຊຸມຄະນະຊີ້ນຳ Covid-19 - ảnh 1 ທ່ານພົນໂທ ເຈິ່ນເດີນ ຊີ້ນຳກອງປະຊຸມ (ພາບ: qdnd.vn)

  ຊີ້ນຳກອງປະຊຸມ, ທ່ານພົນໂທ ເຈິ່ນເດີນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຊີ້ນຳຊີ້ແຈ້ງວ່າ:

        “ກ່ຽວກັບຝ່າຍກອງທັບ ຈະເຮັດຈົນສຸດຄວາມສາມາດຂອງຕົນ, ເປີດກ້ວາງບັນດາເຂດແຍກຕົວ ແລະ ນຳໃຊ້ບັນດາມາດຕະການເຄັ່ງຄັດ ກ່ວາອີກ, ດີກ່ວາອີກ, ເພື່ອສາມາດປະຕິບັດໜ້າທີ່ໃຫ້ດີທີ່ສຸດ ແລະ ປ້ອງກັນ, ສະກັດກັ້ນໃນກອງທັບເອງ, ຮັບປະກັນໃຫ້ກອງທັບມີສຸຂະພາບດີຢ່າງຄົບຖ້ວນ ເພື່ອຮັບໃຊ້ໃຫ້ແກ່ໜ້າທີ່ກຽມພ້ອມສູ້ຮົບ ແລະ ຮັບໃຊ້ປະຊາຊົນໃນການປ້ອງກັນ, ສະກັດກັ້ນໂລກລະບາດ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ