ພາບປະກອບ: internet
|
(vovworld) - ວັນທີ 7/10 ຢູ່ ນະຄອນ Ha Long ແຂວງ Quang Ninh ມີກວ່າ 1000 ຄົນໄດ້ເຂົ້າຮ່ວມການຍ່າງຕອບສະຫນອງພິທີປຸກລະດົມການຍ່າງເພື່ອໝາກຫົວໃຈແຂງແຮງ ແນໃສ່ໂຄສະນາການປ້ອງກັນ ແລະ ຕ້ານຄວາມດັນເລືອດສູງ ແລະ ບັນດາພະຍາດກ່ຽວກັບໝາກຫົວໃຈປີ 2012. ທີ່ພິທີປຸກລະດົມ, ທ່ານນາງ Nguyen Thi Xuyen ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ໃນບັນດາພະຍາດກ່ຽວກັບໝາກຫົວໃຈ, ຄວາມດັນເລືອດສູງແມ່ນພະຍາດເຄີຍພົບເຫັນຫລາຍກວ່າໝູ່ ແລະ ອັດຕາສ່ວນຜູ້ເປັນພະຍາດນີ້ມີທ່າອ່ຽງເພີ່ມຂຶ້ນໃນໄລຍະມໍ່ໆມານີ້ ຢູ່ ຫວຽດນາມ. ສະນັ້ນ ທ່ານນາຍົກລັດຖະມົນຕີ ໄດ້ອະນຸມັດໂຄງການຈຸດໝາຍປ້ອງກັນ ຕ້ານຄວາມດັນເລືອດສູງແຫ່ງຊາດ. ໂຄງການດັ່ງກ່າວໄດ້ ແລະ ພວມຜັນຂະຫຍາຍຢ່າງຕັ້ງຫນ້າຢູ່ 63 ແຂວງ, ນະຄອນ ໃນທົ່ວປະເທດດ້ວຍຈຸດໝາຍ ແມ່ນຍົກສູງຄວາມຮັບຮູ້ຂອງປະຊາຊົນກ່ຽວກັບການປ້ອງກັນ ແລະ ຕ້ານຄວາມດັນເລືອດສູງ, ສ້າງ, ຜັນຂະຫຍາຍ ແລະ ຮັກສາຮູບແບບຄວບຄຸມພະຍາດຄວາມດັນເລືອດສູງຢູ່ຂັ້ນຮາກຖານຢ່າງໝັ້ນຄົງ, ສູ້ຊົນບັນລຸຄາດໝາຍ 50% ຈຳນວນຜູ້ເປັນພະຍາດນີ້ໄດ້ຮັບການກວດ, ຄົ້ນພົບ ແລະ ປິນປົວຕາມແຜນປິນປົວໂດຍກະຊວງສາທາລະນະສຸກກຳນົດ.