ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ: ຮັບປະກັນ​​ແຫຼ່ງສະໜອງສິນຄ້າ​ໃນຕະຫຼາດ

(VOVWORLD) -ເພື່ອເປັນເຈົ້າການ ຮັບປະກັນການສະໜອງແຫຼ່ງສິນຄ້າໃນຕະຫຼາດ, ກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ໄດ້ເປັນເຈົ້າການວາງອອກແຜນງານຊີ້ນໍາບັນດາທ້ອງຖິ່ນ, ວິສາຫະກິດ ມີແຜນການຮັບມືກັບບັນດາກໍລະນີເໜັງຕີງຂອງຕະຫຼາດໂດຍໄວ.
ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ: ຮັບປະກັນ​​ແຫຼ່ງສະໜອງສິນຄ້າ​ໃນຕະຫຼາດ - ảnh 1 (ພາບປະກອບ)

 ລະອຽດ, ລະບົບຮ້ານສັບພະສິນຄ້າແຫ່່ງຕ່າງໆໃນທົ່ວປະເທດໄດ້ເພີ່ມປະລິມານສິນຄ້າແຮ ສາງໄວ້ທົບ 3 ເທົ່າ; ບາງວິສາຫະກິດຈໍາໜ່າຍສິນຄ້າ ກໍໄດ້ກະກຽມສະໜອງແຫຼ່ງສິນຄ້າ, ກໍານົດລາຄາຢ່າງຈະແຈ້ງ, ຄົບຖ້ວນ ແລະ ເປັນປົກກະຕິ. ທ່ານນາງ ຫວູທິເຮົ້າ, ປະທານສະຫະສະມາຄົມບັນດາຮ້ານຂາຍຍ່່ອຍຫວຽດນາມ ໃຫ້ຮູ້ວ່າ:

“ບັນດາລະບົບຂາຍຍ່ອຍຂະໜາດໃຫຍ່ຄື Saigon Co.op, Vinmart, Big C ກໍໄດ້ມີໜ້າຢູ່ ແຂວງ, ນະຄອນໃນທົ່ວປະເທດເກືອບທັງໝົດ ສະນັ້ນ ພວກຂ້າພະເຈົ້າ ຈຶ່ງພ້ອມແລ້ວທີ່ຈະສະໜອງສິນຄ້າໃຫ້ທ້ອງຖິ່ນແຫ່ງຕ່າງໆ. ປະຊາຊົນຕ້ອງມີສະຕິ, ມີຄວາມ ທຸ່ນທ່ຽງ, ຮູ້ຈັກບໍລິໂພກຂໍ້ມູນຂ່າວສານ   ເພື່ອມີການປະພຶດທີ່ຖືກຕ້ອງ ແລະ ບໍ່ຄວນສະສົມສະບຽງອາຫານໄວ້ຫຼາຍເກີນໄປ”.

ຕອບກັບ

ຂ່າວ/ບົດ​ອື່ນ