ກະສີກຳຫວຽດນາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ກະສີກຳຫວຽດນາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 10/9, ຢູ່​ຮ່າ​ໂນ້ຍ, ກະຊວງ​ກະ​ສີ​ກຳ ​ແລະ ຊົນນະບົດ ​ໄດ້​ສົມທົບ​ກັບ​ໂຄງການ​ພັດທະນາ​ສປຊ (UNDP) ຈັດ​ຕັ້ງ​ການ​ສຳ​ມະ​ນາ “ກະ​ສີ​ກຳ​ຫວຽດນາມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ: ການລະ​ໂອກາດ ​ແລະ ການ​ທະ​ທາຍ“. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ນາງ Madam Pratibha Mehta, ຜູ້​ປະສານ​ງານ​ ສປຊ ປະຈຳ​ຫວຽດນາມ​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ຂອງ​ຫວຽດນາມ​ໃນ​ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ໄລຍະ​ຜ່ານ ​ແລະ ຖື​ວ່າ, ຫວຽດນາມ​ພວມ​ຕັ້ງໜ້າ​ຜັນ​ຂະຫຍາຍ​ໂຄງການ​ຫຼຸ​ດຜ່ອນ​ອາຍ​ແກັສ​ເຮືອນ​ແກ້ວ​ເຖິງ​ປີ 2020. ດັ່ງ​ນັ້ນ​ຈຳ​ເປັນ​ຕ້ອງ​ມີ​ການ​ກະທຳ​ອັນ​ລະອຽດ​ກວ່າ ​ເພື່ອ​ຜັນ​ຂະຫຍາຍ​ໂຄງ​ຢ່າງ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ນາງ Madam Pratibha Mehta ​ເນັ້ນ​ໜັກ​ວ່າ:

“ຄວາມ​ສາມາດ, ລະບຽບ​ກົດໝາຍ ​ແລະ ​ແຫຼ່ງຊັບພະຍາກອນ​ມະນຸດ​ມີ​ຄວາມ​ສຳຄັນ​ທີ່​ສຸດ​ເພື່ອ​​ແກ້​ໄຂ​ບັນດາ​ບັນຫາ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ດັ່ງ​ນັ້ນ​ຕ້ອງ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ລະດັບ​ຄວາມ​ຮູ້​ສູງ, ມີ​ບົດຮຽນ ຈຶ່ງ​ສາມາດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢ່າງ​ມີ​ປະສິດທິ​ຜົນ​ໄດ້“

ຂ່າວ/ບົດ​ອື່ນ