ລົດຫຸ່ມເກາະຂອງກອງທັບ ຢູແກຼນ
ພາບ:http://kienthuc.net.vn
|
(vovworld)-ເມື່ອວິຈານກ່ຽວກັບສະພາບການປະທະກັນປີນຂັ້ນໄດຢູ່ ພາກຕາເວັນອອກ- ພາກໃຕ້ ຢູແກຼນ ໃນຊຸມມື້ມໍ່ໆມານີ້, ວັນທີ 20/1, ທ່ານ Dmitry Peskov, ຜູ້ໃຫ້ຄຳປຶກສາປະທານາທິບໍດີ ລັດເຊຍ ຖືວ່າ ເລື່ອງກອງທັບ ກີແອບ ເພີ່ມການກະທຳດ້ານການທະຫານຢູ່ພາກຕາເວັນອອກ ຢູແກຼນ ໄດ້ສົ່ງຜົນສະທ້ອນເຖິງການພົບປະສຸດຍອດ 4 ຝ່າຍ ຊື່ງລວມມີ ບັນດາການນຳຂອງລັດເຊຍ, ຢູແກຼນ, ເຢຍລະມັນ ແລະ ຝລັັ່ງ ກ່ຽວກັບການປະທະກັນຢູ່ປະເທດນີ້. ທ່ານ Peskov ຖືວ່າ: ການພົບປະດັ່ງກ່າວພຽງສາມາດປະຕິບັດໄດ້ ຖ້າຫາກມີການກະກຽມໃຫ້ແກ່ໝາກຜົນຕັ້ງຫນ້າ. ຕາມແຜນການແລ້ວ, ການພົບປະສຸດຍອດ 4 ຝ່າຍ ຈະຖືກຈັດຂຶ້ນໃນທ້າຍເດືອນ 1 ຢູ່ ນະຄອນຫລວງ Astana ຂອງ ກາຊັກສະຖານ.