ການ​​ຄັດຄ້ານ​ຮູບ​ເງົາ​ເລື່ອງ​ແຕະຕ້ອງ​​ເຖິງ​ກຽດ​ສັກ​ສີ​ຂອງສາສະໜາ​ອິດສະ​ລາມ

ການ​​ຄັດຄ້ານ​ຮູບ​ເງົາ​ເລື່ອງ​ແຕະຕ້ອງ​​ເຖິງ​ກຽດ​ສັກ​ສີ​ຂອງສາສະໜາ​ອິດສະ​ລາມ - ảnh 1

(ພາບ:phunuonline.com.vn)

(TTX)-​ການຄັດຄ້ານ​ຮູບ​ເງົາ​ເລື່ອງທີ່​ຖືກ​ຖື​ວ່າ​ມີ​ເນື້ອ​ໃນ​ແຕະຕ້ອງ​​ເຖິງນັກ​ໂຫລາ​ສາດ Mohammed ໄດ້​ແຜ່​ຂະຫຍາຍ​ອອກ​ສູ່​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຈຳນວນ​ 1. ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງຕ່າງໆໃນ​ວັນ​ທີ 17/9 ຢູ່​ອິນ​ໂດ​ເນ​ເຊຍ ປະ​ເທດທີ່​ມີ​ຜູ້​ເຊື່ອ​ຖື​ສາສະໜາ​ອິດສະ​ລາມ​ຫຼາຍ​ກ່ວາ​ໝູ່ໃນ​ໂລກ, ​​ໄດ້​ກາຍ​ເປັນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຂະນະ​ທີ່​ຜູ້​ແຫ່​ຂະ​ບວນປະ​ທ້ວງ 700 ຄົນ ​ໄດ້​ຖີ້ມລະ​ເບີດ​ນ້ຳມັນ​ເຊື້ອ​ໄຟ ​ແລະ ມີ​ການ​ປະ​ທະ​ກັບ​ກຳລັງ​ຕຳຫຼວດ​ປ້ອງ​ກັນຄວາມ​ສະຫງົບ​ຢູ່​ນອກ​ສະຖານທູດ​ອາ​ເມ​ລິ​ກາ ຢູ່​ນະຄອນຫຼວງ ຈັກ​ກາ​ຕາ. ​ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນ​ມາຣາວີ ທາງ​ພາກ​​ໃຕ້ຟີ​ລິບ​ປິນ, ຊາວ​ມຸດ​ສະ​ລິ​ມ 3000 ຄົນ​ໄດ້​ເຕົ້າ​ໂຮມກັນ​ຢູ່​ສະໜາມ​ຫຼວງ​ຢູ່​ໃຈກາງ​ນະຄອນ​ເພື່ອ​ຄັດຄ້ານ​ຮູບ​ເງົາ​ເລື່ອງ​ດັ່ງກ່າວ. ​ໃນ​ຂະນະ​ນັ້ນ, ສະຖານທູດ​ອາ​ເມ​ລິ​ກາ ປະຈຳ​ໄທ ​ໄດ້​ປະກາດ​ປິດ​ປະຕູ​ໃນ​ວັນ​ທີ 18/9 ​ເພື່ອ​ແນ​​ໃສ່ຮັບ​ມື​ກັບ​ແຜນການ​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​​ຮູບ​ເງົາ​ເລື່ອງ​ແຕະຕ້ອງ​ສາສະໜາ​ອິດສະ​ລາມ​ເຊັ່ນ​ດຽວ​ກັນ
ຂ່າວ/ບົດ​ອື່ນ