ການນຳຍີ່ປຸ່ນ-ອາເມລິກາ ເຫັນດີຈະພົບປະກັນກ່ອນດຳເນີນກອງປະຊຸມໃຫຍ່ສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ

(VOVWORLD) -ວັນທີ 28 ພຶດສະພາ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໃຫ້ຮູ້ວ່າ ທ່ານ ພ້ອມກັບທ່ານປະທານາທິບໍດີອາເມລິກາ Donal Trump ເຫັນດີເປັນເອກະພາບຈະພົບປະກັນກ່ອນດຳເນີນກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄາດວ່າຈະດຳເນີນໃນວັນທີ 12 ມິຖຸນາ ຈະມາເຖິງຢູ່ສິງກະໂປ.

ການນຳຍີ່ປຸ່ນ-ອາເມລິກາ ເຫັນດີຈະພົບປະກັນກ່ອນດຳເນີນກອງປະຊຸມໃຫຍ່ສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ - ảnh 1 ທ່ານນາຍົກລັດຖະມົນຕີ Shinzo Abe ແລະ ທ່ານປະທານາທິບໍດີ ອາເມລິກາ Donal Trump

(ພາບ: AP)

ທີ່ການເຈລະຈາທາງໂທລະສັບລະຫວ່າງທ່ານນາຍົກລັດຖະມົນຕີ Shinzo Abe ແລະ ທ່ານປະທານາທິບໍດີ ອາເມລິກາ Donal Trump, ສອງຝ່າຍເຫັນດີເປັນເອກະພາບຮ່ວມມືກັນເພື່ອຈັດຕັ້ງກອງປະຊຸມໃຫຍ່ສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ໃຫ້ມີຄວາມໝາຍທີ່ສຸດ. ຕາມທ່ານນາຍົກລັດຖະມົນຕີ Shinzo Abe ແລ້ວ, ທ່ານປະທານາທິບໍດີອາເມລິກາ Donal Trump ໄດ້ຍົກອອກບາງການຜັນແປໃນມໍ່ໆມານີ້ ທີ່ມີສ່ວນກ່ຽວຂ້ອງເຖິງກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ແຕ່ບໍ່ເປີດເຜີຍໃຫ້ຮູ້ຂ່າວຄາວລະອຽດ.

        ໃນບັນດາບົດກ່າວປາໄສຕ່າງຫາກໃນທ້າຍອາທິດຜ່ານມາ, ທັງທ່ານປະທານາທິບໍດີອາເມລິກາ Donal Trump ແລະ ການນຳ ສປປ.ເກົາຫຼີ Kim Jong – Un ລ້ວນແຕ່ໄດ້ສະແດງຄວາມພ້ອມທີ່ຈະພົບປະກັນຕາມແຜນການໃນວັນທີ 12 ມິຖຸນາຈະມາເຖິງຢູ່ສິງກະໂປ ເຖິງວ່າວັນທີ 24 ພຶດສະພາຜ່ານມາ, ທ່ານປະທານາທິບໍດີອາເມລິກາ Donal Trump ໄດ້ປະກາດວ່າ ຈະຍົກເລິກກອງປະຊຸມດັ່ງກ່າວກໍຕາມ.


ຕອບກັບ

ຂ່າວ/ບົດ​ອື່ນ