ການນຳ VOV ຕ້ອນຮັບ ສະຫະສະມາຄົມກະຈາຍສຽງ ແລະ ໂທລະພາບ ຟີລິບປິນ
(vovworld) – ຕອນເຊົ້າວັນທີ 25/6, ຢູ່ສູນກະຈາຍສຽງແຫ່ງຊາດ 58 ຖະໜົນກວນສື໋, ຮ່າໂນ້ຍ, ທ່ານຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ຫວູຫາຍ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຫະສະມາຄົມກະຈາຍສຽງ ແລະ ໂທລະພາບ ຟີລິບປິນ ໂດຍທ່ານ Lito Ocampo Cruz, ປະທານໂທລະພາບດາວທຽມທົ່ວໂລກ (IBC) ຂອງ ຟີລິບປິນ ນຳໜ້າ. 2 ຝ່າຍໄດ້ແລກປ່ຽນບົດຮຽນກ່ຽວກັບກະຈາຍສຽງ - ໂທລະພາບ, ພິເສດແມ່ນເລື່ອງກະຈາຍຄື້ນ FM ແລະ ວິວັດການຫັນເປັນດີຈີຕອນບັນດາລາຍການກະຈາຍສຽງ. ທ່ານ Lito Ocampo Cruz ສະແດງຄວາມປະທັບໃຈທີ່ມີຕໍ່ການພັດທະນາຕາມທິດສື່ສານຫຼາຍຮູບແບບຂອງວິທະຍຸກະຈາຍສຽງ ຫວຽດນາມ (VOV), ພິເສດແມ່ນການພັດທະນາຊ່ອງ VOV ຄົມມະນາຄົມກາຍເປັນຊ່ອງຄົມມະນາຄົມແຫ່ງຊາດ. ທ່ານຮອງຜູ້ອຳນວຍການໃຫຍ່ ຫວູຫາຍ ສະແດງຄວາມສົນໃຈເຖິງບັນດາຜົນງານຂອງ ຟີລິບປິນ ໃນການພັດທະນາຮູບແບບກະຈາຍສຽງມີຮູບ, ພ້ອມທັງປາດຖະໜາຢາກໃຫ້ 2 ຝ່າຍຈະມີການຮ່ວມມື, ແລກປ່ຽນບົດຮຽນອັນຍາວນານໃນອະນາຄົດ.