ການນຳສປປເກົາຫຼີ Kim Jong Un
(ພາບ: AFP)
(vovworld)- ວັນທີ 4/2, ສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ໃຫ້ຂ່າວວ່າ: ການນຳປະເທດນີ້, ທ່ານ Kim Jong Un ໄດ້ຮັບການສະເໜີເຂົ້າຮ່ວມການເລືອກຕັ້ງຄະນະປະທານສະພາ ປຊຊ ສູງສຸດ (ສະພາແຫ່ງຊາດ-SPA) ສປປ ເກົາຫຼີ ຊື່ງຄາດວ່າຈະດຳເນີນໄປໃນເດືອນໜ້າ. ຕາມ KCNA ແລ້ວ, ພາຍຫຼັງທີ່ພໍ່ຂອງທ່ານ, ອະດີດການນຳ Kim Jong Il ເຖິງແກ່ມໍລະນະກຳເມື່ອທ້າຍປີ 2011, ການນຳ Kim Jong Un ໄດ້ຮັບດຳລົງຕຳແໜ່ງເລຂາຜູ້ທີ 1 ພັກແຮງງານ ສປປ ເກົາຫຼີ, ປະທານຜູ້ທີ 1 ຄະນະກຳມະການປ້ອງກັນປະເທດ ແລະ ຜູ້ບັນຊາການສູງສຸດກອງທັບ ປຊຊ ສປປ ເກົາຫຼີ ແຕ່ທ່ານຍັງບໍ່ທັນເປັນສະມາຊິກສະພາແຫ່ງຊາດເທື່ອ.
ກ່ອນໜ້ານັ້ນ, ເມື່ອເດືອນ 1/2014, ສະພາແຫ່ງຊາດ ສປປ ເກົາຫຼີ (SPA) ປະກາດວ່າການເລືອກຕັ້ງສະພາແຫ່ງຊາດຊຸດທີ 13 ມີອາຍຸການ 5 ປີ ຈະຖືກຈັດຂຶ້ນໃນວັນທີ 9/3 ຈະມາເຖິງ./.