ສະພາບການເກີດເຫດ
(ພາບ: EPA/TTXVN)
(vovworld) – ຕອນເຊົ້າວັນທີ 26/7, ມີຜູ້ຊາຍຄົນໜຶ່ງຖືມີດໄດ້ບຸກໂຈມຕີຮາກຖານໜຶ່ງທີ່ສະຫງວນໃຫ້ແກ່ຄົນພິການຢູ່ນະຄອນ Sagamohara, ຂຶ້ນກັບແຂວງ Kanagawa, ທາງພາກຕາເວັນຕົກນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ. ຕຳຫຼວດໃຫ້ຮູ້ວ່າ: ມີ 15 ຄົນເສຍຊີວິດ ແລະ ອີກ 45 ຄົນອື່ນຖືກຮັບບາດເຈັບໃນເຫດບຸກໂຈມຕີນີ້. ຕຳຫຼວດ Kanagawa ແຈ້ງໃຫ້ຮູ້ໄດ້ຮັບໂທລະສັບຈາກພາລະກອນຄົນໜຶ່ງຂອງຮາກຖານສະຫງວນໃຫ້ແກ່ຄົນພິການ Tsukui Yamayuri En ໃນເວລາກ່ວາ 2 ໂມງ 30 ນາທີຕອນເຊົ້າວັນທີ 26/7 ຕາມເວລາທ້ອງຖິ່ນ. ຕາມສຳນັກຂ່າວສານ Kyodo ຂອງຍີ່ປຸ່ນ ແລ້ວ, ຕຳຫຼວດ Kanagawa ໄດ້ຈັບຕົວຜູ້ຊາຍຄົນໜຶ່ງອາຍຸປະມານ 20 ປີ ແລະ ໄດ້ເປີດການສືບສວນສອບສວນເຫດບຸກໂຈມຕີນີ້.