ການບິນເຂດອາຊີຕາເວັນອອກສ່ຽງໃຕ້ ຄາດວ່າ ຈະເຕີບໂຕຢ່າງຊັກຊ້າ
(ພາບປະກອບ)
(vovworld) – ສູນການບິນອາຊີ - ປາຊີຟິກ (CAPA) ໃຫ້ຂໍ້ສັງເກດວ່າ, ການເຕີບໂຕຂອງຂະແໜງການບິນໃນພາກພື້ນອາຊີຕາເວັນອອກສ່ຽງໃຫ້ ຈະຊັກຊ້າລົງໃນປີ 2015, ເຖິງວ່າເຂດນີ້ຍັງຈະແມ່ນຕະຫຼາດຫາກໍ່ພົ້ນເດັ່ນ ແລະ ເຕີບໂຕຢ່າງໄວວາ. ໃນບົດລາຍງານໄຈ້ແຍກການບິນໃໝ່ສຸດທີ່ມີຊື່ວ່າ (ອາຊີຕາເວັນອອກສ່ຽງໃຕ້ - LCCS (ບໍລິສັດການບິນລາຄາຖືກ) ຍັງປົກຄອງລາຍການດຳເນີນງານຍ້ອນການສ້າງໂຄງປະກອບຄືນໃໝ່), CAPA ໃຫ້ຮູ້ວ່າ ເຂດອາຊີຕາເວັນອອກສ່ຽງໃຕ້ ຈະແມ່ນຕະຫຼາດຍັງມີສິ່ງທ້າທາຍແລະ ແງ່ຫວັງຫຼາຍຢ່າງໃນປີ 2015. ປີ 2015 ຈະແມ່ນປີທີ່ເປັນຂີດໝາຍແຫ່ງການເຕີບໂຕຢ່າງຊັກຊ້າທີ 2 ຢ່າງລຽນຕິດ, ແຕ່ວ່າ, ດ້ວຍເງື່ອນໄຂຕະຫຼາດນັບມື້ນັບໄດ້ຮັບການປັບປຸງ, ລາຄາເສື້ອເພີງຕໍ່າກວ່າ ແລະ ຄວາມມານະພະຍາຍາມສ້າງໂຄງປະກອບຄືນໃໝ່ ຈະປະກອບສ່ວນຫຼຸດຜ່ອນຄວາມເສຍຫາຍໄດ້ສ່ວນໃດສ່ວນໜຶ່ງ, ເພື່ອສ້າງກຳໄລ ແລະ ການເຕີບໂຕໃໝ່.