ການປ້ອງກັນຄວາມສະຫງົບເປັນຫົວຂໍ້ສັບສົນທີ່ສຸດ
(ພາບປະກອບ)
(vovworld) - ການເຈລະຈາຍຸດທະສາດ ແລະ ເສດຖະກິດລະຫວ່າງອາເມລິກາ - ຈີນ ຄັ້ງທີ 7 ຈະດຳເນີນໄປຢູ່ວໍຊິງຕັນ ດຊີ, ປະເທດອາເມລິກາ, ໃນວັນທີ 23 – 24/06 (ຕາມເວລາທ້ອງຖິ່ນ), ໂດຍສຸມໃສ່ບັນດາຂົງເຂດຄື: ການປ້ອງກັນຄວາມສະຫງົບ, ເສດຖະກິດ ແລະ ການພົບປະແລກປ່ຽນປະຊາຊົນ ກັບໂຄງການດຳເນີນງານລວມມີບັນດາຫົວຂໍ້ ຈາກ ເລື່ອງແຮກເກີ, ຄວາມປອດໄພໃນການເດີນທະເລ, ການລົງທຶນ 2 ຝ່າຍ, ສິດທິມະນຸດ, ສະພາບການຢູ່ຮົ່ງກົງ ຕະຫຼອດຮອດການປ່ຽນແປງຂອງດິນຟ້າອາກາດ. 2 ຝ່າຍກໍຈະດຳເນີນການທາບທາມຄວາມເຫັນເພື່ອແນໃສ່ຍູ້ແຮງການພົວພັນໃນບັນດາຂົງເຂດວັດທະນະທຳ, ການສຶກສາ, ກິລາ, ວິທະຍາສາດ - ເຕັກໂນໂລຊີ ແລະ ສາທາລະນະສຸກ. ການເຈລະຈາຄັ້ງນີ້ຍັງແມ່ນພື້ນຖານເພື່ອກະກຽມໃຫ້ການໄປຢ້ຽມຢາມອາເມລິກາ ຂອງທ່ານປະທານປະເທດຈີນ ສືຈິນຜິງ ໃນເດືອນ 09 ຈະມາເຖິງ. ຮອບເຈລະຈາປະຈຳປີລະຫວ່າງອາເມລິກາ - ຈີນ ເລີ່ມດຳເນີນໄປໃນວັນທີ 22/06, ດ້ວຍການເຈລະຈາປ້ອງກັນຄວາມສະຫງົບຍຸດທະສາດ (SDD) ຄັ້ງທີ 5. ພາຍໃຕ້ການເປັນປະທານຮ່ວມຂອງທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອາເມລິກາ Antony Blinken ແລະ ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຈີນ ຈາງເຍຍຊວຍ. ບັນຫາທະເລຕາເວັນອອກກໍ່ໄດ້ຮັບບຸລິມະສິດສູງໃນໂຄງການດຳເນີນງານຂອງການເຈລະຈາຍຸດທະສາດ ແລະ ເສດຖະກິດ ອາເມລິກາ - ຈີນ.