(vovworld) – ທ່ານ Do Nhat Hoang, ຫົວໜ້າກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນຫວຽດນາມຮັບຮູ້ວ່າ: ເຖິງວ່າ ໃນ 6 ເດືອນຕົ້ນປີ, ສະພາບການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (ຫຼື FDI) ຫຼຸດຜ່ອນຢ່າງແຮງ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍກໍ່ຕາມ, ແຕ່ດ້ວຍບັນດາມາດຕະການຊິ່ງລັດຖະບານ ແລະ ບັນດາກະຊວງ, ຂະແໜງການພວມຜັນຂະຫຍາຍເພື່ອປັງປຸງສະພາບແວດລ້ອມແຫ່ງການລົງທຶນ, ເພີ່ມທະວີການສົ່ງເສີມການລົງທຶນກັບບັນດາຄູ່ຮ່ວມມືນັ້ນ... ຮອດທ້າຍປີນີ້, ການປ່ອຍທຶນ FDI ຈະບັນລຸປະມານ 10 ຕື້ USD. ໄລ່ຮອດທ້າຍເດືອນ 6, ທຶນ FDI ຈົດທະບຽນ ແລະ ສະໜອງໃໝ່ບັນລຸພຽງ 6,4 ຕື້ USD, ຫຼຸດ 27,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຄາດວ່າ, ທຶນຈົດທະບຽນໃນໄລຍະສັ້ນ ຈະຫຼຸດລົງເມື່ອທຽບໃສ່ກ່ອນ ນີ້, ແຕ່ຈະເພີ່ມຂຶ້ນຄືນໃໝ່ໃນໄລຍະກາງ ແລະ ໄລຍະຍາວ.