(vovworld) – ຄະນະເລຂາ ອາຊຽນ ໄດ້ຈັດຕັ້ງການປະຊຸມຂ່າວຢູ່ສຳນັກງານທີ່ Jakarta ໃນວັນທີ 16/5, ສະຫລຸບໝາກຜົນທີ່ບັນລຸໄດ້ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 24 ຖືກດຳເນີນໄປຢູ່ນະຄອນຫຼວງ Nay Pyi Taw ປະເທດ ມຽນມາ ແຕ່ວັນທີ 10 ຫາ 11/5.
ທີ່ການປະຊຸມຂ່າວ, ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິງ ຊີ້ແຈ້ງວ່າ: ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 24 ບັນລຸໄດ້ໝາກຜົນຕັ້ງໜ້າດ້ວຍເລື່ອງຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການສ້າງປະຊາຄົມ ອາຊຽນ ໃນປີ 2015, ຊຸກຍູ້ການຮ່ວມມືພາກພື້ນຢູ່ ອາຊີຕາເວັນອອກສ່ຽງໃຕ້ ບົນຈິດໃຈສະເໝີພາບ ແລະ ການພົວພັນຄູ່ຮ່ວມມື, ປະກອບສ່ວນເຂົ້າໃນສັນຕິພາບ, ຄວາມສະຫງົບ, ສະຖຽນລະພາບ, ຄວາມກ້າວໜ້າ ແລະ ຄວາມວັດທະນາຖາວອນ ໃນພາກພື້ນ. ພິເສດ, ເປັນຄັ້ງທຳອິດພາຍຫຼັງ 20 ປີ, ອາຊຽນ ໄດ້ຍົກອອກຖະແຫຼງການຮ່ວມຂອງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ, ໃນນັ້ນຢືນຢັນສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບ ແລະ ຄວາມເສລີໃນການເດີນເຮືອບົນທະເລຕາເວັນອອກແມ່ນບັນຫາລວມຂອງ ອາຊຽນ. ຖະແຫຼງການຮ່ວມເນັ້ນໜັກວ່າ: ອາຊຽນ ປາດຖະໜາຢາກໃຫ້ບັນດາຝ່າຍປະຕິບັດກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ແລະ ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ຕາມບັນດາຫຼັກການຄື: ຖະແຫຼງການຮ່ວມ 6 ຂໍ້ຂອງ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ.