ການພັດທະນາຕະຫຼາດ ຫຼັກຊັບ ເພື່ອລະດົມທຶນ ໃຫ້ແກ່ພື້ນຖານເສດຖະກິດ

ການພັດທະນາຕະຫຼາດ ຫຼັກຊັບ ເພື່ອລະດົມທຶນ ໃຫ້ແກ່ພື້ນຖານເສດຖະກິດ - ảnh 1
(ພາບ: vinabull.com)

(vovworld) - ​ໃນ​ປີ​ນີ້, ກະຊວງ​ການ​ເງິນ​ຈະ​ເປັນ​ເຈົ້າພາບ ​ແລະ ສົມທົບ​ກັບ​ກະຊວງ, ຂະ​ແໜງ​ການຕ່າງໆ​ ຜັນ​ຂະຫຍາຍຍຸດ​ທະ​ສາດ​ພັດທະນາ​ຕະຫຼາດ​ຫຼັກ​ຊັບ ​ເພື່ອ​ເຮັດ​ໃຫ້​ຕະຫຼາດ​ນີ້​ກາຍ​ເປັນ​ແຫ່ງ​ລະດົມ​ທຶນ​ຢ່າງ​ມີ​ປະສິດທິ​ຜົນ​ໃຫ້​ແກ່​ພື້ນຖານ​ເສດຖະກິດ. ນີ້​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ ​ເວື​ອງດິ່ງ​ເຮ້ວ ທີ່​ກອງ​ປະຊຸມ​ຜັນ​ຂະຫຍາຍ​ໜ້າ​ທີ່​ພັດທະນາ​ຕະຫຼາດ​ຫຼັກ​ຊັບ​ປີ 2012, ​ເຊິ່ງຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ ​ໃນ​ວັນ​ທີ 3/3. ​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ກາລະ​ໂອກາດ​ໃຫ້​ແກ່​ຕະຫຼາດ​ຫຼັກ​ຊັບ​ໃນ​ປະຈຸ​ບັນ, ທ່ານ​ລັດຖະມົນຕີ​​ ເວື​ອງດິ່ງ​ເຮ້ວ ​ເວົ້າ​ວ່າ, ​ປະຈຸ​ບັນ, ບັນດາ​ອົງການ​ສິນ​ເຊື່ອ​ສາກົນ ຕີ​ລາຄາ​ວ່າ, ​ເສດຖະກິດ​ຂອງ ຫວຽດນາມ ພວມ​ຢູ່​ໃນ​ລະດັບ​ເປັນ​ປົກກະຕິ. ທ່ານ​ຢືນຢັນ​ວ່າ.

        ”​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ການ​ເງິນ​ຈະ​ເປັນ​ປະທານ ​ແລະ​ສົມທົບ​ກັບ​ກະຊວງ, ຂະ​ແໜງ​ການ​ຕ່າງໆ ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ພັດທະນາ​ຕະຫຼາດ​ຫຼັກ​ຊັບ, ​ເຊິ່ງທ່ານ​ນາຍົກໆ​ຫາ​ກໍ່​ເຊັນ​ອະນຸມັດ​ຢ່າງ​ຂ້ຽວຂາດ. ​ເພື່ອ​ແນ​ໃສ່​ສ້າງ​ໂຄງ​ປະກອບ​ຕະຫຼາດ​ຄືນ​ໃຫມ່​ໃຫ້​ສົມ​ບຸນ​ແບບ, ຍົກ​ສູງ​ຄຸນ​ນະພາ​ບ ນັບ​ທັງ​ລວງ​ກວ້າງ ​ແລະ ລວງ​ເລິກ ​ເພື່ອ​ໃຫ້​ຕະຫຼາດ​ຫຼັກ​ຊັບກາຍ​ເປັນ​ແຫ່ງ​ລະດົມ​ທຶນ​ຢ່າງ​ມີ​ປະສິດທິ​ຜົນ​ໃຫ້​ແກ່​ພື້ນຖານ​ເສດຖະ ກິດ. ພວກ​ເຮົາ​ກໍ່​ຈະ​ສົມທົບ​ກັບ​ທະນາຄານ​ແຫ່ງ​ລັດ ​ເພື່ອ​ຜັນ​ຂະຫຍາຍ​ໂຄງການ​ຄຸ້ມ​ຄອງ​ເງິນ​ລົງທຶນ​ໂດຍ​ທາງ​ອ້ອມ​ຂອງ​ຕ່າງປະ​ເທດ, ຮັບປະກັນ​ກວດກາ​ຢ່າງ​​ແໜ້ນ​ແຟ້ນ, ​ແກ້​ໄຂກໍລະນີ​ທີ່​ຜິດ​ປົກກະຕິ, ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ລະບົບ. ທາງກະຊວງ​ການ​ເງິນ​ກໍ່​ຈະ​ຊີ້​ນຳ​ ການ​ປະຕິບັດ​​ແຜນ​ຮ່າງ ​ສ້າງໂຄງປະກອບຕະຫຼາດ​ຫຼັກ​ຊັບ​ຄືນ​ໃໝ່​ອີກ.”

ຂ່າວ/ບົດ​ອື່ນ