( vovworld ) – ຕອນຄ່ຳວັນທີ 6/8, ຢູ່ນະຄອນຫຼວງວຽງຈັນ-ລາວ, ສະມາຄົມພັດທະນາການຮ່ວມມືເສດຖະກິດຫວຽດນາມ-ລາວ-ກຳປູເຈຍ ສົມທົບກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈັດງານ “ພົບປະແລກປ່ຽນຮ່ວມມືລົງທຶນ ແລະ ປົກປັກຮັກສາສິ່ງແວດລ້ອມ“. ດ້ວຍຫົວຂໍ້ວ່າ “ປະຊາຄົມຫວຽດນາມ-ລາວຮ່ວມມືລົງທຶນ ແລະ ປົກປັກຮັກສາສິ່ງແວດລ້ອມ“, ລາຍການນີ້ແມ່ນເພື່ອແນໃສ່ໂຄສະນາກາລະໂອກາດການຮ່ວມມືລົງທຶນພັດທະນາເສດຖະກິດຕາມທິດຍືນຍົງ, ຮູ້ວິທີປະຢັດ ແລະ ນຳໃຊ້ຊັບພະຍາກອນທຳມະຊາດຢ່າງເໝາະສົມ ແລະ ປົກປັກຮັກສາສິ່ງແວດລ້ອມ, ປະກອບສ່ວນປັບປຸງ ແລະ ພັດທະນານ້ຳໃຈສາມັກຄີ, ມິດຕະພາບພ້ອມທັງສຶກສາອົບຮົມລຸ້ນໜຸ່ມສອງປະເທດຫວຽດນາມ-ລາວ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຢູ່ແຕ່ລະປະເທດ. ງານພົບປະແລກປ່ຽນກໍ່ແມ່ນໂອກາດເພື່ອໃຫ້ບັນດານັກທຸລະກິດສາມາດແລກປ່ຽນຂໍ້ມູນຂ່າວສານ, ໜູນຊ່ວຍຊື່ງກັນ ແລະ ກັນໃນການພັດທະນາ ແລະ ຍົກສູງປະສິດທິຜົນໃນການຮ່ວມມືດ້ານເສດຖະກິດ ແລະ ການລົງທຶນເຂົ້າລາວ.