ຄະນະຜູ້ແທນສິຫະພັນແມ່ຍິງນະຄອນຫຼວງວຽງຈັນຢ້ຽມຢາມເມືອງດານເຟື້ອງ
(ພາບ: vov)
(vovworld)- ຄະນະຜູ້ແທນສິຫະພັນແມ່ຍິງນະຄອນຫຼວງວຽງຈັນ ພວມຢ້ຽມຢາມ ແລະ ເຮັດວຽກກັບສະຫະພັນແມ່ຍິງນະຄອນຫຼວງຮ່າໂນ້ຍ. ຢູ່ຮ່າໂນ້ຍ, ຄະນະໄດ້ໄປຢ້ຽມຢາມ, ແລກປ່ຽນບົດຮຽນກ່ຽວກັບບັນດາຮູບແບບໂຄສະນາກົດໝາຍ, ການບໍລິການວຽກເຮັດງານທຳ, ສອນວິຊາຊີບໃຫ້ແກ່ແມ່ຍິງ, ເອົາໃຈໃສ່ເບິ່ງແຍງຊີວິດຂອງແມ່ຍິງພິການ, ເດັກທຸກຍາກຢູ່ນະຄອນຫຼວງ. ທ່ານນາງຫງວຽນທິຕວຽດ ຮອງປະທານປະຈຳສະຫະພັນແມ່ຍິງນະຄອນຫຼວງຮ່າໂນ້ຍ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ເຮັດວຽກ, ແລກປ່ຽນບົດຮຽນກ່ຽວກັບວຽກງານຂອງສະຫະ ພັນແມ່ຍິງ. ສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ມີຄວາມເອົາໃຈໃສ່ໜູນຊ່ວຍແມ່ຍິງລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ໂຄສະນາ, ສຶກສາອົບຮົມ, ຂົນຂວາຍແມ່ຍິງປະຕິບັດກົດໝາຍ, ພິເສດແມ່ນກົດໝາຍຄົມມະນາຄົມທາງບົກ, ບົດບາດຂອງແມ່ຍິງໃນການເຂົ້າຮ່ວມປະຕິບັດໜ້າທີ່ພັດທະນາເສດຖະກິດສັງຄົມຢູ່ທ້ອງຖິ່ນ. ສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ມີຄວາມເອົາໃຈໃສ່ທີ່ສຸດຕໍ່ໂຄງການກໍ່ສ້າງຊົນນະບົດໃໝ່ຂອງຫວຽດນາມ“
ພາຍຫລັງລົງຕົວຈິງ ແລະ ແລກປ່ຽນບົດຮຽນກ່ຽວກັບບົດບາດຂອງແມ່ຍິງໃນການກໍ່ສ້າງຊົນນະບົດໃໝ່ ແລະ ສ້າງແບບແຜນການດຳລົງຊີວິດສີວິໄລຢູ່ເມືອງດານເຟື້ອງ, ທ່ານນາງ ລຳໄພ ສີອັກຄະຈັນ ປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:
“ພາຍລັງໄປຢ້ຽມຢາມບັນດາຮູບແບບການພັດທະນາຊົນນະບົດໃໝ່ຂອງດານເຟື້ອງ, ຂ້າພະເຈົ້າມີຄວາມປະທັບໃຈຕໍ່ຮູບແບບຫັນປ່ຽນໂຄງປະກອບຜົນລະປູກ. ນີ້ແມ່ນຮູບແບບທີ່ດີທີ່ພວກຂ້າພະເຈົ້າສາມາດຮ່ຳຮຽນເອົາ ແລະ ຖອດຖອນບົດຮຽນໃນການກໍ່ສ້າງຊົນນະບົດໃໝ່ຢູ່ລາວໄດ້“.