ການພົວພັນລະຫວ່າງຫວຽດນາມແລະອານເຊຣີພັດທະນາໃນຫລາຍຂົງເຂດ
(vovworld)-ນັ້ນແມ່ນຄຳຢືນຢັນຂອງທ່ານ ຫວູເທຫຽບ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອານເຊຣີ ໃນການຕອບສຳພາດຕໍ່ນັກຂ່າວຂ່າວສານຫວຽດນາມໃນໂອກາດຕົ້ນປີໃຫມ່. ທ່ານເອກອັກຄະລັດຖະທູດ ຫວູເທຫຽບ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ອານເຊຣີ ສືບຕໍ່ໄດ້ຮັບການປັບປຸງ ແລະ ມີບາດກ້າວພັດທະນາດີພໍສົມຄວນໃນຫລາຍຂົງເຂດ, ເປັນຕົ້ນແມ່ນເສດຖະກິດ. ກ່ຽວກັບຮູບການຊຸກຍູ້ການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ, ທ່ານ ເອກອັກຄະລັດຖະທູດ ຫວູເທຫຽບ ເນັ້ນຫນັກວ່າ: ສອງຝ່າຍ ຄວນຍົກສູງປະສິດທິຜົນການເຄື່ອນໄຫວຂອງຄະນະກຳມະການລະຫວ່າງລັດຖະບານ ແລະ ບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ຊຸກຍູ້ການສ້າງບັນດາກົນໄກຮ່ວມມືໃຫມ່.