ທ່ານລັດຖະມົນຕີການຕ່າງປະເທດສິງກະໂປ
Aingapore K.Shanmugam
(ພາບ: singapolitics.sg)
(vovworld) - ການພົວພັນລະຫວ່າງສິງກະໂປ - ຫວຽດນາມ ພວມພັດທະນາຢ່າງໝັ້ນຄົງ, ປອດໄສ ແລະ ແມ່ນການພົວພັນທີ່ໃກ້ຊິດສະໜິດສະໜົມໃນອາຊຽນ. ນີ້ແມ່ນຄຳຢືນຢັນຂອງທ່ານລັດຖະມົນຕີການຕ່າງປະເທດສິງກະໂປ Aingapore K.Shanmugam ໃນການຕອບສຳພາດຕໍ່ນັກຂ່າວ ຂ່າວສານຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ສິງກະໂປ (01/08/1973 – 01/08/2013). ກ່ຽວກັບທິດທາງການພົວພັນຄູ່ຮ່ວມມືຍຸດທະສາດສິງກະໂປ - ຫວຽດນາມ, ທ່ານລັດຖະມົນຕີການຕ່າງປະເທດ Shanmugam ໃຫ້ຮູ້ວ່າ ການພັດທະນາການພົວພັນປະຊາຊົນ, ການເມືອງ ແລະ ເສດຖະກິດລະຫວ່າງ 2 ປະເທດໃນ ປະຈຸບັນ ແມ່ນພື້ນຖານທີ່ເໝາະສົມ, ສ້າງຂອບເຂດໃຫ້ 2 ປະເທດຍົກສູງການພົວພັນຂຶ້ນສູ່ການພົວພັນຄູ່ຮ່ວມມືຍຸດທະສາດ. ຕາມທ່ານລັດຖະມົນຕີການຕ່າງປະເທດ Shanmugam ແລ້ວ ເພື່ອບັນລຸໄດ້ຈຸດໝາຍລວມແມ່ນສ້າງຕັ້ງປະຊາຄົມອາຊຽນໃນປີ 2015, ສິງກະໂປ ແລະ ຫວຽດນາມ ຕ້ອງສຸມໃສ່ເຂົ້າໃນ 3 ເສົ້າຄ້ຳຕົ້ນຕໍ່ຄື: ເສດຖະກິດ, ການເມືອງ, ສັງຄົມ ແລະ ວັດທະນະທຳ.