ການພົວພັນຮ່ວມມື ຫວຽດນາມ - ຍີ່ປຸ່ນ ນັບມື້ນັບພັດທະນາ
ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ
(ພາບປະກອບ)
(vovworld) – ຕອນບ່າຍວັນທີ 18/9, ທີ່ການຕ້ອນຮັບປະທານອົງການພັດທະນາແຫຼ່ງຊັບພະຍາກອນມະນຸດ ຍີ່ປຸ່ນ Kyoei Yanagisawa, ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຊີ້ແຈ້ງວ່າ: ຊຸມປີມໍ່ໆມານີ້, ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ຍີ່ປຸ່ນ ນັບມື້ນັບພັດທະນາ. 2 ຝ່າຍແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ, ເພື່ອແນໃສ່ແບ່ງປັນບົດຮຽນ, ຊຸກຍູ້ການຮ່ວມມືຮອບດ້ານໃນທຸກຂົງເຂດ, ໃນນັ້ນຂົງເຂດບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໄດ້ຮັບຄວາມເອົາໃຈໃສ່ລະຫວ່າງ 2 ຝ່າຍທີ່ສຸດ. ພິເສດ, ປີ 2013, 2 ປະເທດມີການເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ. ທ່ານນາງຮອງປະທານສະພາແຫ່ງຊາດ ຫວັງວ່າຝ່າຍ ຍີ່ປຸ່ນ ສືບຕໍ່ສ້າງເງື່ອນໄຂ, ໜູນຊ່ວຍ ຫວຽດນາມ ກ່ຽວກັບຂົງເຂດບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນໄລຍະຈະມາເຖິງ.