ການຢ້ຽມຢາມຍີ່ປຸ່ນຂອງທ່ານປະທານປະເທດເຈືອງເຕີນຊາງແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ
ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ທ່ານນາຍົກລັດຖະມົນຕີ
ຍີ່ປຸ່ນ Shinzo Abe
photo:biendongvn.
|
(vovworld)- ກ່ອນການຢ້ຽມຢາມທາງລັດຖະກິດເຖິງຍີ່ປຸ່ນຂອງທ່ານປະທານປະເທດ ເຈືອງເຕີນຊາງ, ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມປະຈຳ ຍີ່ປຸ່ນ, ທ່ານ ດ່ວານຊວນຮືງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳບີ່ປຸ່ນໄດ້ເນັ້ນຫນັກວ່າ: ການຢ້ຽມຢາມມີຄວາມໝາຍຫລາຍຢ່າງ, ເພາະວ່າ ນີ້ແມ່ນການຢ້ຽມຢາມທາງລັດຖະກິດທຳອິດຂອງບັນດາປະເທດໃນປີ 2014.
“ການພົວພັນລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມ ປະຈຸບັນພວມພັດທະນາຢ່າງຈົບງາມ. ພວກເຮົາ ພວມມີທ່ວງທ່າຊຸກຍູ້ການພົວພັນຫວຽດນາມ-ຍີ່ປຸ່ນໃນທຸກຂົງເຂດ. ການຢ້ຽມຢາມຍີ່ປ່ນ ຂອງທ່ານປະທານປະເທດເຈືອງເຕີນຊາງ ດ້ວຍຈຸດປະສົງປັບປຸງເພີ່ມທະວີການພົວພັນອັນດີງາມລະຫວ່າງສອງປະເທດ ແລະ ຊຸກຍູ້ການພົວພັນໃຫ້ຮອບດ້ານກວ່າ, ເລິກເຊີ່ງກວ່າ ດ້ວຍວິໄສທັດຍາວນານກວ່າ.”
ທ່ານເອກອັກຄະລັດຖະທູດ ດວານຊວນຮືງ ຍັງໃຫ້ຮູ້ວ່າ: ຍີ່ປຸ່ນແມ່ນປະເທດສະຫນອງທຶນ ODA ຫລາຍສຸດໃຫ້ແກ່ຫວຽດນາມໃນຫລາຍປີຜ່ານມາ ແລະ ລັດຖະບານຍີ່ປຸ່ນ ສືບຕໍ່ໝັ້ນໝາຍສະຫງວນບຸລິມະສິດໃຫ້ແກ່ຫວຽດນາມ ຢູ່ໃນລະດັບສູງໃນໄລຍະຈະມາເຖິງ.