ການຢ້ຽມຢາມຫວຽດນາມຂອງເຈົ້າຈັກກະພັດ ແລະ ພະມະເຫສີຍີປຸ່ນ
ເຈົ້າຈັກກະພັດ Akihito ແລະ ພະມະເຫສີຍີປຸ່ນ |
(vovworld)- ການຢ້ຽມຢາມຫວຽດນາມຂອງເຈົ້າຈັກກະພັດ Akihito ແລະ ພະມະເຫສີຍີປຸ່ນ ໄດ້ເລີ່ມຂຶ້ນນັບແຕ່ວັນທີ 28/2. ເນື່ອງໃນໂອກາດນີ້, ນັກຂ່າວຂ່າວສານຫວຽດນາມປະຈຳຍີປຸ່ນ ໄດ້ສຳພາດທ່ານ Hatsuhisa Takashima ເລຂາການຂ່າວຂອງເຈົ້າຈັກກະພັດຍີປຸ່ນ ກ່ຽວກັບຄວາມໝາຍຂອງການຢ້ຽມຢາມທີ່ມີຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ຍີປຸ່ນ. ທ່ານ Hatsuhisa Takashima ຕີລາຄາການຢ້ຽມຢາມ ການຢ້ຽມຢາມຫວຽດນາມຂອງເຈົ້າຈັກກະພັດ Akihito ແລະ ພະມະເຫສີຍີປຸ່ນແມ່ນມີຄວາມໝາຍສຳຄັນທີ່ສຸດສຳລັບການພົວພັນ 2 ຝ່າຍ. ໃຫ້ຂໍ້ສັງເກດກ່ຽວກັບການພົວພັນລະຫວ່າງ 2 ປະເທດໃນປະຈຸບັນ, ທ່ານ Hatsuhisa Takashima ເລຂາການຂ່າວຂອງເຈົ້າຈັກກະພັດຍີປຸ່ນຖືວ່າ 2 ປະເທດພວມດຳເນີນຫຼາຍການເຄື່ອນໄຫວເພື່ອຮັດແໜ້ນສາຍພົວພັນມິດຕະພາບຍິ່ງກ່ວາອີກ. ທ່ານ Hatsuhisa Takashima ເນັ້ນໜັກວ່າ ເຈົ້າຈັກກະພັດຍີປຸ່ນແມ່ນສັນຍາລັກຂອງປະເທດຍີປຸ່ນ, ເພາະສະນັ້ນ, ເລື່ອງເປັນຄັ້ງທຳອິດທີ່ ເຈົ້າຈັກກະພັດ Akihito ແລະ ພະມະເຫສີຍີປຸ່ນມາຢ້ຽມຢາມຫວຽດນາມຈະແມ່ນເຫດການທີ່ສຳຄັນຍິ່ງຄັ້ງປະຫວັດສາດ.