ການລົງທຶນສ້າງຖັນແຖວປັນຍາຊົນແມ່ນການລົງທຶນໃຫ້ການພັດທະນາແບບຍືນຍົງ
(ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ກ່າວຄຳເຫັນ
ທີ່ກອງປະຊຸມໃຫຍ່)
(vovworld) – ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 7 ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ໄດ້ດຳເນີນໃນຕອນເຊົ້າວັນທີ 3/6, ຢູ່ ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງຜູ້ແທນເກືອບ 600 ຄົນ ເຊິ່ງແມ່ນຜູ້ຕາງໜ້າໃຫ້ສະມາຊິກສະຫະພັນ 2,8 ລ້ານຄົນ. ໃນອາຍຸການ 5 ປີ (2010-2015), ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ໄດ້ມີການເຄື່ອນໄຫວຫຼາຍຢ່າງທີ່ອຸດົມສົມບູນ, ມີຫົວຄິດປະດິດສ້າງ, ໄດ້ກາຍເປັນອົງການຮັກສາບົດບາດສຳຄັນໃນການເຕົ້າໂຮມ, ສາມັກຄີ ແລະ ລະດົມກຳລັງໃຈອ້າຍເອື້ອຍນ້ອງປັນຍາຊົນວິທະຍາສາດ ແລະ ເທັກໂນໂລຊີເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອແກ້ໄຂບັນດາໜ້າທີ່ພັດທະນາເສດຖະກິດ-ສັງຄົມ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ເນັ້ນໜັກເຖິງທີ່ຕັ້ງບົດບາດສຳຄັນຂອງຖັນແຖວປັນຍາຊົນ ແລະ ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ໃນວິວັດທະນາການສ້າງສາ ແລະ ພັດທະນາປະເທດຊາດ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຊີ້ແຈ້ງວ່າ:
“ພວກເຮົາຄວນເອົາໃຈໃສ່ເຖິງການບຳລຸງສ້າງວິຊາສະເພາະ, ຈັນຍາບັນປະກອບອາຊີບຂອງຖັນແຖວປັນຍາຊົນ, ພິເສດແມ່ນປັນຍາຊົນໜຸ່ມ; ຖືເປັນສຳຄັນຜູ້ມີຄວາມເກັ່ງກ້າສາມາດ, ເຊີດຊູບັນດາຜູ້ທີ່ມີການປະກອບສ່ວນຢ່າງແທດຈິງ ແລະ ມີປະສິດທິຜົນ, ເຮັດໃຫ້ບັນດາການພົວພັນສະໜິດຕິດພັນລະຫວ່າງພັກ, ລັດ ແລະ ປະຊາຊົນກັບປັນຍາຊົນ; ລະຫວ່າງປັນຍາຊົນກັບພັກ, ລັດ ແລະ ປະຊາຊົນ ເລິກເຊິ່ງກ່ວາອີກ; ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນບົນພື້ນຖານສະຫະພັນກຳມະກອນ-ກະສິກອນ-ປັນຍາຊົນ. ຮີບເຮັ່ງກໍ່ສ້າງ, ບັນດາກົນໄກ, ນະໂຍບາຍໃຫ້ສົມບູນແບບ ເພື່ອແນໃສ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງຖັນແຖວປັນຍາຊົນຢ່າງມີປະສິດທິຜົນ”.