ການລົງປະຊາມະຕິຢູ່ໝູ່ເກາະ Falklands/Malvinas

ການລົງປະຊາມະຕິຢູ່ໝູ່ເກາະ Falklands/Malvinas - ảnh 1
ໝູ່​ເກາະ Falklands/Malvinas
(ພາບ: Nasa)


(vovworld) -     ​ໃນ​ລະ​ຫວ່າງ​ວັນທີ 10 – 11/03, ປະຊາຊົນ​ທີ່​ດຳລົງ​ຊີວິດ​ໃນ​ໝູ່​ເກາະ Falklands/Malvinas ທີ່​​ເກີດການຜິດ​ພາດ​ລະຫວ່າງ​ອັງກິດ ​ແລະ ອັກ​ຊັງ​ຕີນ, ​ໄດ້​ເຂົ້າ​ຮ່ວມ​ການລົງ​ປະຊາ​ມະຕິ​ເພື່ອ​ຕັດສິນ​ອະນາຄົດ​ຂອງ​ໝູ່​ເກາະ​ດັ່ງກ່າວ​, ​ໂດ​ຍບໍ່​ຫົວຊາ​ຕໍ່​ເລື່ອງ ອັກ​ຊັງ​ຕີນ ຖື​ນີ້​ແມ່ນ​ການ​ກະທຳ​ທີ່​ຜິດ​ກົດໝາຍ. ມີ​ 1600 ຄົນ​ທີ່​ມີ​ສິດ​ໄປ​ບ່ອນ​ບັດ​ເລືອກຕັ້ງ ຈະ​​ຕອບ​ຄຳ​ຖາມວ່າ ພວກ​ເຂົາ​ຢາກ​ສືບ​ຕໍ່​ແມ່ນ​ພາກສ່ວນ​ໜຶ່ງຂອງ​ເຂດ​ດິນ​ແດນ​ຢູ່​ຕ່າງປະ​ເທດ ທີ່ຂຶ້ນ​ກັບ​ສິດ​ຄວບ​ຄຸມ​ຂອງ​ອັງກິດ​ຫຼື​ບໍ່. ກ່ອນ​ຈຸດເວລາ​ທີ່​ສະຖານ​ທີ່​ບ່ອນ​ປັດ​ເປີດປະຕຸ, ທຸງຂອງ​ອັງກິດ ​ແລະ ຟອກ​ແຫຼ​ນ ​ໄດ້ຖືກ​ແຂວນຢູ່​ທົ່ວ​ທຸກ​ແຫ່ງ​ຢູ່ໝູ່​ເກາະ​ແຫ່ງ​ນີ້ ເພື່ອ​ແນ​ໃສ່​ສົ່ງ​ສັນຍານ​ທີ່​ວ່າ ປະຊາຊົນ​ຢູ່​ທີ່​ນີ້ ​ໄດ້​ກຽມພ້ອມສະໜັບ​ສະ​ໜູນການ​ຢູ່​ໃຕ້​ການ​ຄວບ​ຄຸມ​ຂອງ​ລອນ​ດອນ.

ຂ່າວ/ບົດ​ອື່ນ