( ພາບປະກອບ )
|
( vovworld ) - ໃນຍຸດທະສາດເຕີບໂຕຂຽວ ຫວຽດນາມ ໄດ້ວາງອອກຈຸດໝາຍຮອດປີ 2020, ຫຼຸດຜ່ອນການນຳໃຊ້ພະລັງງານຄິດໄລ່ຕາມ GDP ແຕ່ 2,5 – 3% ໃນແຕ່ລະປີ, ຫຼຸດຜ່ອນລະດັບມົນລະພິດເຮືອນແກ້ວແຕ່ 10 – 15% ເມື່ອທຽບໃສ່ລະດັບຂອງປີ 2010… ຂໍ້ມູນຂ່າວນີ້ໄດ້ຖືກຍົກອອກມາຢູ່ທີກອງປະຊຸມນສຳມະນາ “ ທາບທາມກ່ຽວກັບຍຸດທະສາດເຕີບໂຕຂຽວຂອງຫວຽດນາມ”, ໂດຍກະຊວງແຜນການ ແລະ ການລົງທຶນ ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 19/3 ຢູ່ທີ່ຮ່າໂນ້ຍ. ບັນດາຜູ້ຊ່ຽວຊານໄດ້ປຶກສາຫາລືກ່ຽວກັບຈຸດໝາຍ, ໜ້າທີ່ໃນການກໍ່ສ້າງ ແລະ ປະຕິບັດຍຸດທະສາດເຕີບໂຕຂຽວ. ລະອຽດແມ່ນ; ສົ່ງເສີມການນຳໃຊ້ແຫຼ່ງຊັບພະຍາກອນສິ່ງແວດລ້ອມຢ່າງມີປະສິດທິຜົນ, ກ້າວໄປເຖິງການລົບລ້າງບັນດາຂະແໜງນຳໃຊ້ຊັບພະຍາກອນສິ່ງແວດລ້ອມຢ່າງຟຸມເຟືອຍ, ກໍ່ມົນລະພິດຕໍ່ສິ່ງແວດລ້ອມ. ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນເທ໋ເຟືອງ, ເນັ້ນໜັກວ່າ.
“ ການເຕີບໂຕຂຽວຫຼືກໍ່ສ້າງພື້ນຖານເສດຖະກິດຂຽວແມ່ນຄວາມຈຳເປັນໃນຫຼາຍທົດສະວັດທີ່ຈະມາເຖິງ. ການເຕີບໂຕຂຽວແມ່ນວິທີພັດທະນາເສດຖະກິດຢ່າງໝັ້ນຄົງ. ຍຸດທະສາດເຕີບໂຕຂຽວໄດ້ເນັ້ນໜັກເຖິງການພັດທະນານະໂຍບາຍ, ໂຄງປະກອບເສດຖະກິດຄືນໃໝ່, ສ້າງແຫຼ່ງທຶນເພື່ອແນໃສ່ຫຼຸດຜ່ອນມົນລະພິດເຮືອນແກ້ວ, ເພີ່ມອັດຕາຂຽວໃນການເຕີບໂຕ GDP ແລະ ສ້າງວຽກເຮັດງານທຳຂຽວ. ກະຊວງແຜນການ ແລະ ການລົງທຶນພວມສືບຕໍ່ຜັນຂະຫຍາຍບັນດາເນື້ອໃນຂອງຍຸດທະສາດ ແລະ ຄາດວ່າຈະຍື່ນສະເໜີຕໍ່ລັດຖະບານໃນເດືອນ 6/2012 ”.
ຫວຽດນາມ ສູ້ສົມຮອດປີ 2050, ພະລັງງານ ແລະ ເຕັກໂນໂລຊີຂຽວຈະຖືກນຳໃຊ້ຢ່າງກວ້າງຂວາງ.