ທ່ານ ຫູສູຈີນ ທູດການຄ້າ ຈີນ ປະຈຳ ຫວຽດນາມ
(ພາບ: DaoTung/BNEWS)
(vovworld) - ການຮ່ວມມືດ້ານການຄ້າລະຫວ່ງ ຫວຽດນາມ ແລະ ຈີນ ຈະສືບຕໍ່ພັດທະນາໃນໄລຍະຈະມາເຖິງ, ນັ້ນແມ່ນຂໍ້ສັງເກດຂອງທູດການຄ້າ ຈີນ ປະຈຳ ຫວຽດນາມ ທ່ານ ຫູສູຈີນ ທີ່ການປະຊຸມຂ່າວດຳເນີນໃນຕອນເຊົ້າວັນທີ 08/03 ຢູ່ຮ່າໂນ້ຍ. ປີ 2015, ໃນສະພາບການການຄ້າທົ່ວໂລກສືບຕໍ່ຊຸດໂຊມ, ການຄ້າ ຫວຽດນາມ - ຈີນ ໄດ້ສະແດງໃຫ້ເຫັນການເຕີບໂຕຢ່າງໝັ້ນຄົງ ດ້ວຍລະດັບເຕີບໂຕໄວ. ຕາມຕົວເລກສະຖິຕິຂອງ ຫວຽດນາມ, ຍອດວົງເງິນສົ່ງອອກ - ນຳເຂົ້າ 2 ຝ່າຍບັນລຸ 66.3 ຕື້ USD, ເພີ່ມຂຶ້ນ 13,3% ເມື່ອທຽບໃສ່ປີ 2014. ຈີນ ໄດ້ກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ກ່ວາໝູ່ຂອງ ຫວຽດນາມ ໃນ 12 ປີຢ່າງລຽນຕິດ, ກົງກັນຂ້າມ, ຫວຽດນາມ ກໍ່ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ 2 ຂອງ ຈີນ ໃນ ອາຊຽນ. ທ່ານ ຫູສູຈີນ ໃຫ້ຂໍ້ສັງເກດວ່າ: ການພົວພັນດ້ານການຄ້າລະຫວ່າງ 2 ປະເທດຈະສືບຕໍ່ພັດທະນາໃນຫລາຍຂົງເຂດກ່ວາອີກ, ພິເສດ ແມ່ນພາຍຫລັງປະຊາຄົມ ອາຊຽນ ໄດ້ຮັບການສ້າງຕັ້ງ. ທ່ານ ຫູສູຈີນ ໃຫ້ຮູ້ວ່າ:
“ປະຊາຄົມ ອາຊຽນ ໄດ້ຮັບການສ້າງຕັ້ງ ຈະນຳເອົາບັນດາກາລະໂອກາດອັນໃຫຍ່ຫລວງມາໃຫ້ການຮ່ວມມືການຄ້າລະຫວ່າງ ຈີນ ແລະ ອາຊຽນ ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ. ບັນດາວິສາຫະກິດ ຈີນ ລ້ວນແຕ່ສະຕິວ່າ ນີ້ແມ່ນກາລະໂອກາດ ເພື່ອເພີ່ມທະວີການລົງທຶນ, ການຮ່ວມມື ແລະ ພັດທະນາ. ເພາະສະນັ້ນ, ການພົວພັນຮ່ວມມືດ້ານການຄ້າ ບໍ່ພຽງແຕ່ໄດ້ຮັບການເອົາໃຈໃສ່ພັດທະນາໃນບາງຂົງເຂດພິເສດສະເພາະໃດໆເທົ່ານັ້ນ ຫາກຍັງໃນທຸກຂົງເຂດເສດຖະກິດອີກດ້ວຍ”.
ທ່ານ ຫູສູຈີນ ກໍ່ໃຫ້ຮູ້ວ່າ: ຕາມຕົວເລກສະຖິຕິຈາກຝ່າຍ ຈີນ ແລ້ວ, ໃນເດືອນ 1 ປີ 2016, ຍອດວົງເງິນການຄ້າລະຫວ່າງ 2 ປະເທດບັນລຸໄດ້ 7,8 ຕື້ USD.