ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ເປັນກຳລັງໝູນໃຫ້ແກ່ການພົວພັນ ຫວຽດນາມ - ອາເມລິກາ.

(VOVWORLD) -ອາເມລິກາ ກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານ ກັບ ຫວຽດນາມ ແລະ ສືບຕໍ່ຮ່ວມມືກັບ ຫວຽດນາມ ເພື່ອ ຊຸກຍູ້ການພົວພັນສອງຝ່າຍພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ ກ່ວາອີກໃນໄລຍະຈະມາເຖິງ.
ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ເປັນກຳລັງໝູນໃຫ້ແກ່ການພົວພັນ ຫວຽດນາມ - ອາເມລິກາ. - ảnh 1ທ່ານ ຟ້າມບີ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຕ້ອນຮັບທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ.

ວັນທີ 26 ກຸມພາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ຟ້າມບີ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມີການເຈລະຈາກັບ ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ ເນື່ອງໃນໂອກາດມາ ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ. ເກົາຫຼີ ໃນລະຫວ່າງວັນທີ 27 – 28 ກຸມພາ.

        ທີ່ການເຈລະຈາ, ທ່ານ ຟ້າມບີ່ງມີງ ໄດ້ຕີລາຄາສູງ ເລື່ອງ ອາເມລິກາ ແລະ ສປປ. ເກົາຫຼີ ເລືອກເຟັ້ນ ຫວຽດນາມ ເປັນສະຖານທີ່ຈັດຕັ້ງກອງປະຊຸມສຸດຍອດ ຄັ້ງທີ່ ສອງ, ສະແດງຄວາມປາດຖະໜາວ່າ ການພົບປະຈະປະສົບຜົນສຳເລັດ. ສ່ວນທ່ານ Mike Pompeo ໄດ້ຂອບໃຈ ແລະ ຕີລາຄາສູງ ຫວຽດນາມ ໃນການສະໜອງສະຖານທີ່ໃຫ້ແກ່ກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ. ເກົາຫຼີ, ພ້ອມທັງຫວັງວ່າ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການປອດນິວເຄຼຍ ແລະ ສ້າງ ສັນຕິພາບທີ່ຍາວນານໃນແຫຼມເກົາຫຼີ.

        ກ່ຽວກັບການພົວພັນສອງຝ່າຍ, ທ່ານ ຮອງນາຍົກລັດຖະມົນຕີລັດຖະມົນຕີການຕ່າງປະເທດ ຝ້າມບີ່ງມີງ ຢັ້ງຢືນວ່າ: ຫວຽດນາມ ຖືເປັນສຳຄັນ ການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ອາເມລິກາ, ພ້ອມທັງເນັ້ນໜັກວ່າສອງປະເທດຄວນສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆຄື: ການເກັບກູ້ລະເບີດຍັງບໍ່ທັນແຕກ, ໜູນຊ່ວຍຜູ້ຕິດສານຜິດສີສົ້ນ…ທ່ານ ລັດຖະມົນຕີການຕ່າງປະເທດ Mike Pompeo ຢັ້ງຢືນວ່າ ອາເມລິກາ ກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານ ກັບ ຫວຽດນາມ ແລະ ສືບຕໍ່ຮ່ວມມືກັບ ຫວຽດນາມ ເພື່ອ ຊຸກຍູ້ການພົວພັນສອງຝ່າຍພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ ກ່ວາອີກໃນໄລຍະຈະມາເຖິງ. ທັງສອງຝ່າຍເຫັນດີເປັນເອກະພາບໃຫ້ບຸລິມະສິດຊຸກຍູ້ການແລກປ່ຽນ ຄະນະຜູ້ແທນຂັ້ນສູງໃນປີ 2019, ມຸງສູ່ ປີສະເຫຼີມສະຫຼອງ 25 ປິແຫ່ງວັນສ້າງຕັ້ງການພົວພັນດ້ານການທູດ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີໃນປີ 2020, ສືບຕໍ່ຖືວ່າການຮ່ວມມືການຄ້າ ແລະ ການລົງທຶນເປັນກຳລັງໝູນໃຫ້ແກ່ການພົວພັນ ຫວຽດນາມ - ອາເມລິກາ, ເພີ່ມທະວີການພົວພັນດ້ານ ການສຶກສາ - ບຳລຸງສ້າງ, ພົວພັນແລກປ່ຽນປະຊາຊົນ ສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ