ການຮ່ວມມືດ້ານເສດຖະກິດແມ່ນຈຸດພົ້ນເດັ່ນໃນການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ
(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ສະເໜີໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດຕາມທິດດຸ່ນດຽງ, ຍືນຍົງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ແລະ ທ່ານຮອງນາຍົກລັດຖະມົນຕີ Choo Kyung-ho |
ຕອນບ່າຍວັນທີ 22 ມິຖຸນາ, ທີ່ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງເສດຖະກິດການເງິນ ສ.ເກົາຫຼີ Choo Kyung-ho, ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ໄດ້ສະແດງຄວາມພາກພູມໃຈເມື່ອໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ Choo Kyung-ho, ສະເໜີໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດຕາມທິດດຸ່ນດຽງ, ຍືນຍົງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ລັດຖະບານ ຫວຽດນາມ ສົ່ງເສີມບັນດາວິສາຫະກິດ ສ.ເກົາຫຼີ ມາລົງທຶນ ແລະ ເປີດກວ້າງຂອບເຂດການລົງທຶນຢູ່ ຫວຽດນາມ, ເປັນຕົ້ນແມ່ນໃນບັນດາຂົງເຂດບຸລິມະສິດ ຄື: ພັດທະນາພື້ນຖານໂຄງລ່າງ, ຜະລິດອຸປະກອນເອເລັກໂຕນິກເຕັກໂນໂລຢີສູງ, ເຄື່ອງຊັກນຳ, ຂໍ້ມູນໃຫຍ່, ເຕັກໂນໂລຢີຊີວະຊາດ, ຕົວເມືອງອັດສະລິຍະ, ເອົາໃຈໃສ່ເຖິງການຖ່າຍທອດເຕັກໂນໂລຢີຫຼັກແຫຼ່ງເປັນສຳຄັນ. ນອກຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ກໍ່ສະເໜີ ສ.ເກົາຫຼີ ສ້າງເງື່ອນໄຂສະດວກ, ໂຍະຍານບັນດາມາດຕະການເຕັກນິກກ່ຽວກັບສຸຂະອະນາໄມດ້ານອາຫານ ແລະ ກັກກັນພະຍາດສັດ ພຶກສາຊາດ ເພື່ອຊຸກຍູ້ການສົ່ງອອກຜະລິດຕະພັນກະເສດ, ສິນໃນນ້ຳທີ່ເປັນທ່າແຮງຂອງ ຫວຽດນາມ ໄປຍັງຕະຫຼາດສ.ເກົາຫຼີ.