ການຮ່ວມມືສະພາແຫ່ງຊາດຈະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສິງຄະໂປ
(ທ່ານປະທານປະເທດເຈືອງເຕິ໋ນຊາງ)
(vovworld) - ຕອນບ່າຍວັນທີ 2/4, ຢູ່່ສຳນັກງານປະທານປະເທດ, ທ່ານປະທານປະເທດເຈືອງເຕິ໋ນຊາງ ໄດ້ໃຫ້ການຕ້ອນຮັບທ່ານນາງ Halimah Yacob, ປະທານສະພາແຫ່ງຊາດສິງກະໂປ ແລະ ຄະນະຜູ້ແທນສະພາແຫ່ງຊາດສິງກະໂປທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ທີ່ການຕ້ອນຮັບ, ທ່ານ ປະທານປະເທດເຈືອງເຕິ໋ນຊາງ ເນັ້ນໜັກວ່າ, ຫວຽດນາມຖືເປັນສຳຄັນການພົວພັນກັບສິງກະໂປ ກໍ່ຄືຕີລາຄາສູງບົດບາດຂອງສິງກະໂປໃນອາຊຽນ ແລະ ການຮ່ວມມືທີ່ນັບມື້ນັບແໜ້ນແຟ້ນລະຫວ່າງສະພາແຫ່ງຊາດສອງປະເທດມີຄວາມໝາຍສຳຄັນທີ່ສຸດໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຂອງສອງປະເທດ ກໍ່ຄືກັບປະຊາຄົມອາຊຽນ. ທ່ານປະທານສະເໜີໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ເພີ່ມທະວີການແລກປ່ຽນດ້ານການເມືອງ, ຜ່ານການຢ້ຽມຢາມຂັ້ນສູງ, ການຮ່ວມມື ແລະ ແບ່ງປັນບົດຮຽນກັບຫວຽດນາມໃນຂົງເຂດການເງິນ, ການຄ້າ ແລະ ການສຶກສາ. ສ່ວນ ທ່ານນາງປະທານສະພາແຫ່ງຊາດສິງກະໂປ Halimah Yacob ກໍ່ສະເໜີສອງຝ່າຍສືບຕໍ່ເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກວ່າອີກ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງເລື່ອງສ້າງຕັ້ງປະຊາຄົມເສດຖະກິດອາຊຽນ.