ການຮ່ວມມືສາກົນໃນການປ້ອງກັນ,ຕ້ານອາດຊະຍາກອນນຳໃຊ້ເຕັກໂນໂລຊີສູງ

ການຮ່ວມມືສາກົນໃນການປ້ອງກັນ,ຕ້ານອາດຊະຍາກອນນຳໃຊ້ເຕັກໂນໂລຊີສູງ - ảnh 1
ພາບ​ປະ​ກອບ:internet
 (vovworld)-​​ ຕອນ​ເຊົ້າ​ວັນ​ທີ 29/10, ກອງ​ປະ​ຊຸມ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກອນ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ລ່ວງ​ລະ​ເມີດ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ສັງ​ຄົມ ໂດຍ​ກະ​ຊວງ​ຕຳ​ຫລວດ​ຫວຽດ​ນາມ​ຈັດ​ຕັ້ງ  ຖືກ​ໄຂ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ໂດຍ​ມີ​ການ​ເຂົ້າ​ຮ່ວ​ມ​ຂອງ​ຜູ້​ຊ່ຽວ​ຊານ​ປ້ອງ​ກັນຄວາມ​ປອດ​ໄພ​ທາງ​ເຄືອ​ຄ່າຍ ມາ​ຈາກ​ບັນ​ດາ​ອົງ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ ແລະ ອາດ​ຊະ​ຍາ​ກອນ ສ​ປ​ຊ ແລະ ອົງ​ການ​ອື່ນ​ຂອງ​ຫລາຍ​ປະ​ເທດ​ໃນ​ໂລກ.  ນີ້​ເປັນ​ຄັ້ງ​ທຳ​ອິດກອງ​ປະ​ຊຸ​ມ​ຄື​ດັ່ງ​ກ່າວ​ຖືກ​ຈັດ​ຂຶ້ນ​ຢູ່​ຫວຽດ​ນາມ, ຈຸດ​ປະ​ສົງ​ແມ່ນ​ເພື່ອ​ຊຸກ​ຍູ້​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ປະ​ຊາ​ຄົມ​ໂລກ​ໃນ​ການ​ຮ່ວມ​ມື​ແລ​ກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ສົມ​ທົບ​ກັນ​ສືບ​ສວນ​ສອບ​ສວນ​ອາດ​ຊະ​ຍາ​ກອນ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູ​ງ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ໂລກ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ເລ​ກີ​ເວືອງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳ​ຫລວດ ຫວຽດ​ນາມ ຢືນ​ຢັນ​ວ່າ: ຫວຽດ​ນາມ ໝັ້ນ​ໝາຍ​ຮ່ວມ​ມື​ສາ​ກົນ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກອນ, ໃນ​ນັ້ນ ມີ​ອາດ​ຊະ​ຍາ​ກອນ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ.

 

 

ຂ່າວ/ບົດ​ອື່ນ