ການເຄື່ອນໄຫວຕອບສະຫນອງບັ້ນມອດໄຟຫນຶ່ງຊົ່ວໂມງເພື່ອຫນ່ວຍໂລກ2015
ພາບປະກອບ:internet
|
(vovworld)- ໂດຍນອນໃນບັນດາການເຄື່ອນໄຫວຕອບສະຫນອງບັ້ນມອດໄຟຫນຶ່ງຊົ່ວໂມງເພື່ອຫນ່ວຍໂລກປີ 2015, ຕອນເຊົ້າວັນທີ 19/3, ທ່ານ John Nielsen, ທູດບັ້ນມອດໄຟຫນຶ່ງຊົ່ວໂມງເພື່ອຫນ່ວຍໂລກ, ເອກອັກຄະລັດຖະທູດ ແດນມາກ ປະຈຳຫວຽດນາມ, ຜູ້ຕາງຫນ້າກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍນັກສຶກສາມະຫາວິທະຍາໄລອຸດສາຫະກຳ 500 ຄົນ ໄດ້ເຂົ້າຮ່ວມການປຸກລະດົມຕອບສະຫນອງບັ້ນ ມອດໄຟຫນຶ່ງຊົ່ວໂມງເພື່ອຫນ່ວຍໂລກ. ເພື່ອນ ເຈືອງທິແທງຮ່ວາຍ, ຮອງເລຂາຄະນະຊາວຫນຸ່ມມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ລາຍການດັ່ງກ່າວມີຄວາມໝາຍຢ່າງແທດຈິງ. ຕາງຫນ້າໃຫ້ໄວຫນຸ່ມໃນໂຮງຮຽນ, ນ້ອງປາດຖະຫນາວ່າ ນີ້ແມ່ນລາຍການສຶກສາ ແລະ ໂຄສະນາຢ່າງເລິກເຊິ່ງ ກວ້າງຂວາງເຖິງສະມາຊິກຄະນະຊາວຫນຸ່ມ, ຊາວຫນຸ່ມ ໃນໂຮງຮຽນ ມີສະຕິ ແລະຄວາມຮັບຜິດຊອບໃນການປົກປັກຮັກສາສິ່ງແວດລ້ອມ ແລະ ປະຢັດພະລັງງານ.”