ການເຄື່ອນໄຫວຕອບສະໜອງວັນໂລກເຊີດຊູຜູ້ບໍລິຈາກເລືອດ 14 ມິຖຸນາ
(VOVWORLD) -ຕອນຄ່ຳວັນທີ 12 ມິຖຸນາ, ຄະນະຊີ້ນຳແຫ່ງຊາດຂົນຂວາຍການອາສາສະໝັກບໍລິຈາກເລືອດໂດຍສະຖາບັນເລືອດສາດ ແລະ ສົ່ງເລືອດສູນກາງ ໄດ້ສົມທົບກັບຄະນະຊີ້ນຳຂົນຂວາຍບໍລິຈາກເລືອດໂດຍອາສາສະໝັກແຂວງ ຟຸ໋ທໍ້ ໄດ້ຈັດລາຍການ Gala “ກັບເມືອເຂດມໍລະດົກ”.
ການເຄື່ອນໄຫວຕອບສະໜອງວັນໂລກເຊີດຊູຜູ້ບໍລິຈາກເລືອດ 14 ມິຖຸນາ
(ພາບ: chuthapdophutho.org.vn)
|
ນີ້ແມ່ນການເຄື່ອນໄຫວເປີດສາກເຊິ່ງນອນໃນບັນດາການເຄື່ອນໄຫວເຊີດຊູຜູ້ອາສາສະໝັກບໍລິຈາກເລືອດ ດີເດັ່ນຫວຽດນາມ ປີ 2017 ແລະ ຕອບສະໜອງວັນໂລກເຊີດຊູຜູ້ບໍລິຈາກເລືອດ 14 ມິຖຸນາ.
ເນື່ອງໃນໂອກາດນີ້, ໂດຍຄະນະຊີ້ນຳຂົນຂວາຍການອາສາສະໝັກບໍລິຈາກເລືອດນະຄອນດ່ານັ້ງ ໄດ້ຈັດກອງປະຊຸມເຊີດຊູ, ຍ້ອງຍໍວຽກງານອາສາສະໝັກບໍລິຈາກເລືອດປີ 2016. ຄະນະກຳມະການປະຊາຊົນນະຄອນດ່ານັ້ງ ໄດ້ມອບໃບຍ້ອງຍໍໃຫ້ 30 ໝູ່ຄະນະ ທີ່ມີຜົນງານດີເດັ່ນໃນວຽກງານໂຄສະນາ, ຂົນຂວາຍການບໍລິຈາກເລືອດໂດຍອາສາສະໝັກປີ 2016 ແລະ 7 ຄອບຄົວມີຜົນງານດີເດັ່ນເຂົ້າຮ່ວມການບໍລິຈາກເລືອດໂດຍອາສາສະໝັກຄັ້ງທີ 20.