(vovworld) – ວັນທີ 29/02, ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ໃຫ້ຮູ້ວ່າ, ໃນເດືອນຊາວໜຸ່ມ 03/2016 ໄດ້ສຸມໃສ່ຫົວຂໍ້ “ຄວາມເອກອ້າງຖະນົງໃຈໄວໜຸ່ມສະໄໝໂຮ່ຈິມິນ” ດ້ວຍທິດນຳທີ່ວ່າ “ຊາວໜຸ່ມເຄື່ອນໄຫວເພື່ອປະຊາຄົມ; ສັງຄົມເບິ່ງແຍງ, ບຳລຸງຊາວໜຸ່ມ”. ພາຍຫຼັງພິທີໄຂເດືອນຊາວໜຸ່ມ, ເຊິ່ງໄດ້ຈັດຕັ້ງໃນວັນທີ 27/02 ຢູ່ແຂວງ ວິ້ງຟຸກ, ເດືອນຊາວໜຸ່ມ ມີບັນດາລາຍການ, ການເຄື່ອນໄຫວ, ໃນນັ້ນຈຸດສຸມຂອງການເຄື່ອນໄຫວແມ່ນພິທີສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມ ແລະ ມອບລາງວັນ ລິ໋ຕື້ຈ້ອງ ປີ 2016, ເຊິ່ງໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 25/03 ຢູ່ຮ່າໂນ້ຍ.