ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 122 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ຢູ່ລາວ
Quoc Khanh ນັກຂ່າວ VOV ປະຈຳລາວ -  
ການແຂ່ງຂັນລົດຖີບ ຢູ່ນະຄອນຫຼວງວຽງຈັນ
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 122 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19/5/1890 – 19/5/2012) ແລະ ຕອບສະໜອງປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ - ລາວ, ປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວພວມມີການເຄື່ອນໄຫວວັດທະນະທຳ, ສິລະປະ, ກິລາທີ່ຟົດຟື້ນຫຼາຍຢ່າງ. ບັນດາສະມາຄົມ, ສາຂາສະມາຄົມຊາວຫວຽດນາມອາໄສຢູ່ລາວ ໄດ້ຈັດຕັ້ງການແຂ່ງຂັນເຕະບານ, ແຂ່ງຂັນລົດຖີບ, ບານສົ່ງ, ເປຕັງມິດຕະພາບອັນໄດ້ດຶງດູດພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວ ແລະ ປະຊາຊົນລາວເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ລາຍການສະແດງສິລະປະມາຫາຊົນຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ຄັ້ງທີ 2 ໂດຍສະຖານທູດຫວຽດນາມປະຈຳລາວ ສົມທົບກັບສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ ຈັດຕັ້ງຈະດຳເນີນໃນວັນທີ 19/5 ຢູ່ນະຄອນຫຼວງວຽງຈັນ.
Quoc Khanh ນັກຂ່າວ VOV ປະຈຳລາວ