(vovworld) - ຕອນບ່າຍວັນທີ 12/09, ຢູ່ຮ່າໂນ້ຍ, ສູນກາງສະຫະພັນຊາວໜຸ່ມຫວຽດນາມ ໄດ້ຈັດການປະຊຸມຂ່າວ ແນະນຳບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອສະຫະພັນຊາວໜຸ່ມຫວຽດນາມ (15/10/1956 – 15/10/2016). ດ້ວຍຫົວຂໍ້ “ເອກອ້າງຖະນົງໃຈຊາວໜຸ່ມຫວຽດນາມ”, ບັນດາການເຄື່ອນໄຫວຂໍ່ານັບຊົມເຊີຍເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອສະຫະພັນຊາວໜຸ່ມຫວຽດນາມ ຈະຖືກດຳເນີນໃນລະຫວ່າງວັນທີ 05/09 – 15/10. ອ້າຍ ຫງວຽນຟີລອງ, ເລຂາສູນກາງຊາວໜຸ່ມ, ປະທານສະຫະສະມາຄົມຊາວໜຸ່ມຫວຽດນາມ, ໃຫ້ຮູ້ວ່າ.
“ບັນດາການເຄື່ອນໄຫວຂໍ່ານັບຊົມເຊີຍເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອສະຫະພັນ ຈະສືບຕໍ່ໂຄສະນາໃນໝູ່ສະມາຊິກຊາວໜຸ່ມ ກ່ຽວກັບມູນເຊື້ອຊາວໜຸ່ມຫວຽດນາມ ແລະ ສະຫະພັນຊາວໜຸ່ມຫວຽດນາມ ຢ່າງເລິກເຊິ່ງ, ກວ້າງຂວາງ. ຜ່ານບັນດາການເຄື່ອນໄຫວຈະຊ່ວຍໃຫ້ສະມາຊິກສະຫະພັນ, ຊາວໜຸ່ມມີຄວາມເອກອ້າງຖະນົງໃຈຕໍ່ປະຫວັດສາດ, ມີຄວາມເຂົ້າໃຈຕື່ມອີກກ່ຽວກັບມູນເຊື້ອປະຕິວັດຂອງຊາວໜຸ່ມຫວຽດນາມ ແລະ ສະຫະພັນຊາວໜຸ່ມຫວຽດນາມ; ສຶກສາໃຫ້ຊາວໜຸ່ມມີສະຕິປືນຕົວຂຶ້ນກໍ່ຮ່າງສ້າງຕົວ, ສ້າງສາປະເທດຊາດ, ບົກສູງຈິດໃຈອາສາສະໝັກເພື່ອຊີວິດສັງຄົມ, ເພື່ອຊີວິດຂອງປະຊາຄົມ. ພ້ອມທັງ, ຜ່ານບັນດາການເຄື່ອນໄຫວສະເຫຼີມສະຫຼອງ, ສືບຕໍ່ຍູ້ແຮງບັນດາຂະບວນການ ຂ້າພະເຈົ້ນຮັກປະເທດຊາດ, ປັບປຸງລະບົບພື້ນຖານຂອງສະຫະພັນ ແລະ ຍົກສູງກຳລັງແຮງຂອງສະຫະພັນ”