ການ​ເຄື່ອນ​ໄຫວ​ຜະ​ລິດ​ທົ່ວ​ໂລກ​ສືບ​ຕໍ່ຫຼຸດ​ລົງ​ໃນ​ເດືອນ​ມິ​ຖຸ​ນາ

(VOVWORLD) -  ບັນດານັກຊ່ຽວຊານເສດຖະກິດຖືວ່າ ໄພເງິນເຟີ້, ການປະທະກັນດ້ານພູມສາດການເມືອງ, ຄວາມຂາດສະຖຽນລະພາບຢູ່ຕະຫຼາດການເງິນ ແລະ ຮົ້ວກີດຂວາງດ້ານການຄ້າ ຈະສືບຕໍ່ສ້າງກຳລັງດັນຕໍ່ການເຕີບໂຕເສດຖະກິດທົ່ວໂລກ.
ການ​ເຄື່ອນ​ໄຫວ​ຜະ​ລິດ​ທົ່ວ​ໂລກ​ສືບ​ຕໍ່ຫຼຸດ​ລົງ​ໃນ​ເດືອນ​ມິ​ຖຸ​ນາ - ảnh 1ພາບປະກອບ: GM

ຂໍ້ມູນໂດຍສະຫະພັນເກັບຊື້ ແລະ ບັນດາລະບົບສະໜອງຂອງ ຈີນ ປະກາດໃນວັນທີ 6 ກໍລະກົດ ສະແດງໃຫ້ເຫັນວ່າ ດັດຊະນີຄວບຄຸມການຊື້ສິນຄ້າທົ່ວໂລກ ສືບຕໍ່ທ່າຫຼຸດລົງໃນເດືອນມິຖຸນາ, ໂດຍຢູ່ລະດັບຕ່ຳທີ່ສຸດນັບແຕ່ເດືອນມິຖຸນາ ປີ 2020. ລະອຽດແມ່ນ, ດັດຊະນີ ຊື້ສິນຄ້າທົ່ວໂລກໃນເດືອນມິຖຸນາ ບັນລຸພຽງແຕ່ 47,8, ຕ່ຳກວາຕົວເລກ 48,3 ຂອງເດືອນພຶດສະພາ ແລະ ສືບຕໍ່ແມ່ນລະບົບຫຼຸດລົງຢ່າງລຽນຕິດໃນ 4 ເດຶອນມານີ້. ສິ່ງນີ້ສະແດງໃຫ້ເຫັນວ່າ ການຟື້ນຟູດ້ານເສດຖະກິດທົ່ວໂລກພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍໃຫຍ່. ບັນດານັກຊ່ຽວຊານເສດຖະກິດຖືວ່າ ໄພເງິນເຟີ້, ການປະທະກັນດ້ານພູມສາດການເມືອງ, ຄວາມຂາດສະຖຽນລະພາບຢູ່ຕະຫຼາດການເງິນ ແລະ ຮົ້ວກີດຂວາງດ້ານການຄ້າ ຈະສືບຕໍ່ສ້າງກຳລັງດັນຕໍ່ການເຕີບໂຕເສດຖະກິດທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ