ພາບປະກອບ
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 54 ປີແຫ່ງວັນມູນເຊື້ອທະຫານປ້ອງກັນຊາຍແດນ (3/3/1959 – 3/3/2013) ແລະ 24 ປີແຫ່ງວັນປ້ອງກັນຊາຍແດນທົ່ວປວງຊົນ (3/3/1989 – 3/3/2013), ມີການເຄື່ອນໄຫວສະເຫຼີມສະຫຼອງຫຼາຍຢ່າງຖືກຈັດຂຶ້ນໃນທົ່ວປະເທດ. ຕອນຄຳ່ວັນທີ 2/3, ຢູ່ນະຄອນ ຮ່າຢາງ, ກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງ ຮ່າຢາງ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນສະແດງສິລະປະດ້ວຍຫົວຂໍ້ “ຮ່ວມແຮງຮ່ວມໃຈກໍ່ສ້າງຊາຍແດນ ຫວຽດນາມ - ຈີນ ສັນຕິພາບ, ມິດຕະພາບ, ຮ່ວມມື, ພັດທະນາ”. ນີ້ແມ່ນ 1 ໃນບັນດາລາຍການເພື່ອແນໃສ່ໂຄສະນາຢ່າງເລິກເຊິ່ງກ້ວາງຂວາງ ໃນໝູ່ປະຊາຊົນ ກ່ຽວກັບນ້ຳໃຈຮັກຊາດ, ສືບຕໍ່ຢັ້ງຢືນອະທິປະໄຕຊາຍແດນ, ໝູ່ເກາະ ຫວຽດນາມ ເຊິ່ງແມ່ນ ແຜ່ນດິນຂອງປະເທດ ຫວຽດນາມ ບໍ່ສາມາດຕັດແຍກອອກຈາກກັນໄດ້.
ແລະກໍ່ໃນຕອນຄຳ່ວັນດຽວກັນ, ຢູ່ ເມືອງ ດັກມິນ ແຂວງ ດັກນົງ, ກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງ ດັກນົງ ກໍ່ໄດ້ຈັດຕັ້ງງານລາຕີ “ສາຍໃຈເຂດຊາຍແດນ”. ເຊິ່ງໄດ້ສະແດງຄວາມຮັກຕໍ່ບ້ານເກີດເມືອງນອນຕໍ່ປະເທດຊາດ, ຊົມເຊີຍພັກກອມມູນິດ ຫວຽດນາມ.