ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ພົບປະກັບຜູ້ແທນຄົນພິການ |
(vovworld)- ວັນທີ 18/4, ຢູ່ຮ່າໂນ້ຍ, ໄດ້ດຳເນີນວັນບຸນຄົນພິການເຊື່ອມຕົວເຮັດວຽກກັບສັງຄົມຄັ້ງທີ 4. ການເຄື່ອນໄຫວຫຼາຍຢ່າງໄດ້ຖືກຈັດຂຶ້ນເນື່ອງໃນໂອກາດນີ້ຄື : ເປີດຊຸດຮຽນວິຊາຊີບໂດຍບໍ່ເສຍຄ່າໃຫ້ແກ່ຄົນພິການ, ໃຫ້ຄຳປຶກສາດ້ານສຸຂະພາບໃຫ້ຄົນພິການ, ເຜີຍແຜ່ບັນດາລະບອບ, ນະໂຍບາຍ, ກົດໝາຍທີ່ກ່ຽວຂ້ອງເຖິງຄົນພິການ….
ເນື່ອງໃນໂອກາດນີ້, ວັນທີ 18/4, ຢູ່ຮ່າໂນ້ຍ ໄດ້ຈັດລາຍການສະແດງສິລະປະ “ ບັນດາຫົວໃຈບໍ່ພິການ” ຄັ້ງທີ 4. ກ່າວຄຳເຫັນໃນລາຍການ, ທ່ານຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ຢືນຢັນວ່າ ພັກ, ລັດ ຍາມໃດກໍສ້າງເງື່ອນໄຂທີ່ດີທີ່ສຸດເພື່ອເບິ່ງແຍງຄົນພິການ.
ກ່ອນໜ້ານັ້ນ, ໃນວັນທີ 17/4, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ພົບປະກັບຄະນະຜູ້ແທນຄົນພິການທີ່ດີເດັ່ນໃນທົ່ວປະເທດປີ 2015. ທີ່ການພົບປະ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ຮັບຮູ້ຄວາມມານະພະຍາຍາມບືນຕົວຂຶ້ນຂອງ ຄົນພິການຫວຽດນາມນັບລ້ານຄົນ. ທ່ານສະເໜີໃນໄລຍະທີ່ຈະມາເຖິງຕ້ອງສ້າງບັນດາຮູບແບບການຜະລິດທີ່ແທດເໝາະກັບ ຄົນພິການແຕ່ລະປະເພດ.