ພາບປະກອບ:sggp.vn
|
(vovworld)-ວັນທີ 5/8, ສະມາຄົມປົກປ້ອງເດັກນ້ອຍຫວຽດນາມ-ຍີ່ປຸ່ນ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເບນແຈ ກ່ຽວກັບການສ້າງຕັ້ງສູນຫນູນຊ່ວຍເດັກພິການ, ຫນູນຊ່ວຍ ແລະ ປິ່ນປົວເດັກພິການໂດຍໄວ ແລະ ບັນດາບັນຫາກ່ຽວຂ້ອງ. ເລື່ອງສ້າງຕັ້ງສູນປົກປ້ອງເດັກພິການ ໂດຍສະມາຄົມປົກປ້ອງເດັກນ້ອຍຫວຽດນາມ - ຍີ່ປຸ່ນ ສະເຫນີກັບແຂວງ ເມື່ອປີ 2013 ດ້ວຍພາລະບົດບາດຕົ້ນຕໍແມ່ນສອນວັດທະນະທຳ, ວິຊາຊີບ ແລະ ພົບເຫັນ, ປິ່ນປົວໃຫ້ເດັກພິການໂດຍໄວ, ສົມທົບກັບເດັກນ້ອຍ, ຄອບຄົວເພື່ອພົບເຫັນ, ປິ່ນປົວ ແລະ ໃຫ້ຄຳປຶກສາແກ່ເດັກພິການໂດຍໄວ. ເນັ້ນຫນັກເຖິງຄວາມສຳຄັນຂອງການປິ່ນປົວໃຫ້ແກ່ເດັກພິການໂດຍໄວ, ຜູ້ຕາງຫນ້າສະມາຄົມປົກປ້ອງເດັກນ້ອຍ ຫວຽດນາມ - ຍິ່ປຸ່ນ ປາດຖະຫນາຢາກຊ່ວຍເຫລືອ ເບນແຈ ຈັດຕັ້ງການຝືກອົບຮົມ, ບຳລຸງສ້າງໃຫ້ຄູອາຈານແນະນຳໃຫ້ເດັກພິການ ແລະ ບັນຫາກ່ຽວຂ້ອງ.