ການເຈລະຈາກ່ຽວກັບ ການພົວພັນລະຫວ່າງ ອາຊຽນ - ອົສຕາລີ
ການເຈລະຈາ “ 40 ປີແຫ່ງການພົວພັນລະຫວ່າງອາຊຽນ -
ອົດສຕາລີ ແລະ ກາລະໂອກາດໃນໄລຍະຈະມາເຖິງ”
(ພາບ: vietnamplus.vn)
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືລະຫວ່າງອາຊຽນ ແລະ ອົດສຕາລີ (1974 - 2014), ສະຖານກົງສູນໃຫຍ່ຫວຽດນາມປະຈຳນະຄອນ Perth ຫາກໍ່ຈັດຕັ້ງການເຈລະຈາ “ 40 ປີແຫ່ງການພົວພັນລະຫວ່າງອາຊຽນ - ອົດສຕາລີ ແລະ ກາລະໂອກາດໃນໄລຍະຈະມາເຖິງ”. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຫົວສະຖານໜ້າກົງສູນໃຫຍ່ຫວຽດນາມ ເລວ໋ຽດຢວຽນ ຕີລາຄາສູງບົດບາດຂອງອົດສຕາລີ ເປັນຄູ່ຮ່ວມມືຂອງອາຊຽນ ແລະ ເນັ້ນໜັກວ່າ ເລື່ອງປະຊາຄົມອາຊຽນໄດ້ຮັບການສ້າງຕັ້ງເມື່ອທ້າຍປີ 2015 ໄດ້ວາງອອກຄວາມຮຽກຮ້ອງໃຫ້ບັນດາວິສາຫະກິດອົດສຕາລີ ຕ້ອງກະກ່ຽມໃຫ້ເປັນຢ່າງດີ ເພື່ອຍາດແຍ່ງບັນດາກາລະໂອກາດຈາກຕະຫຼາດລວມຂອງອາຊຽນ ທີ່ມີພົນລະເມືອງກວ່າ 600 ລ້ານຄົນ.