(vovworld) - ວັນທີ 11/11, ທີ່ໂຕກຽວ, ປະເທດຍີ່ປຸ່ນ, ໄດ້ດຳເນີນການເຈລະຈາຄູ່ຮ່ວມມືຍຸດທະສາດຫວຽດນາມ - ຍີ່ປຸ່ນ ຄັ້ງທີ 4. ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີການຕ່າງປະເທດ ໂຮ່ຊວນເຊີນ ນຳໜ້າ. ຝ່າຍຍີ່ປຸ່ນ ໂດຍທ່ານຮອງລັດຖະມົນຕີການຕ່າງປະເທດ Shinsuke Sugiyama ນຳໜ້າ. 2 ຝ່າຍໄດ້ແລກປ່ຽນກ່ຽວກັບນະໂຍບາຍພົວພັນກັບຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງແຕ່ລະປະເທດ, ບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍ.
ແລະກໍ່ໃນວັນດຽວກັນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ໂຮ່ຊວນເຊີນ ໄດ້ມີການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ Seiji Kihara. ທ່ານຮອງລັດຖະມົນຕີການຕ່າງປະເທດ Kihara ຢືນຢັນວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນອັນດັບໜຶ່ງຂອງຍີ່ປຸ່ນ. 2 ຝ່າຍຖືວ່າ ບັນດາການເຄື່ອນໄຫວທີ່ອຸດົມສົມບຸນ ເຊິ່ງໄດ້ຮັບການຈັດຕັ້ງຂຶ້ນຢູ່ທັງ 2 ປະເທດໃນປີມິດຕະພາບຫວຽດນາມ - ຍີ່ປຸ່ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ 2 ປະເທດ ໄດ້ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ນ້ຳໃຈສາມັກຄີລະຫວ່າງປະຊາຊົນ 2 ປະເທດ.