ການເຈລະຈາຍຸດທະສາດກ່ຽວກັບການທູດ - ການປ້ອງກັນຊາດ
ປ້ອງກັນຄວາມສະຫງົບຂັ້ນຮອງລັດຖະມົນຕີການຕ່າງປະເທດ
(ພາບ: vietnamplus.vn)
(vovworld) – ຕອນຄຳ່ວັນທີ 6/8, ຢູ່ສຳນັກງານກະຊວງການຕ່າງປະເທດ ສເກົາຫຼີ ຢູ່ນະຄອນຫຼວງເຊີອູນ, ໄດ້ດຳເນີນການເຈລະຈາຍຸດທະສາດກ່ຽວກັບການທູດ - ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຂັ້ນຮອງລັດຖະມົນຕີການຕ່າງປະເທດລະຫວ່າງຫວຽດນາມ - ສເກົາຫຼີຄັ້ງທີ 2. ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີການຕ່າງປະເທດ ໂຫ່ຊວນເຊີນ ນຳໜ້າ, ຝ່າຍສເກົາຫຼີ , ໂດຍທ່ານຮອງລັດຖະມົນຕີການຕ່າງປະເທດຜູ້ທີໜຶ່ງ ກິມກຽວຮຽນ (Kim Kyou - hyou) ເປັນຫົວໜ້າຄະນະ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດ, ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນ ເຊິ່ງທັງສອງຝ່າຍຕ່າງມີຄວາມສົນໃຈ. ທັງສອງຝ່າຍກໍ່ໄດ້ແລກປ່ຽນບັນດາມາດຕະການລະອຽດ ເພື່ອແນໃສ່ຊຸກຍູ້ການພົວພັນສອງຝ່າຍໃນໄລຍະຈະມາເຖິງ, ພິເສດແມ່ນບັນດາຂົງເຂດການເມືອງ, ການຕ່າງປະເທດ, ການລົງທຶນ, ການຄ້າ, ວັດທະນະທຳສັງຄົມ…ທັງສອງຝ່າຍກໍ່ເຫັນດີສືບຕໍ່ສົມທົບກັນ, ສະໜັບສະໜູນກັນໃນບັນດາເວທີປາໄສສາກົນ ແລະ ພາກພື້ນຄື: ສະຫະປະຊາຊາດ, ເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຝິກ (APEC), ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN),.. ບັນດາກົນໄກໃນຂອບເຂດຮ່ວມມືອາຊຽນ - ສເກົາຫຼີ…