ການເຈລະຈາເສດຖະກິດຍຸດທະສາດຈີນ-ອິນເດຍຄັ້ງທີ3

ການເຈລະຈາເສດຖະກິດຍຸດທະສາດຈີນ-ອິນເດຍຄັ້ງທີ3 - ảnh 1
ນາຍົກລັດຖະມົນຕີອິນເດຍ Manmohan Singh
ພາບ:internet


(vovworld)-ການ​ເຈລະ​ຈາ​ດັ່ງກ່າວ​ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 18/3 ຢູ່ ນະຄອນຫລວງ ປັກ​ກີ່​ງ ປະ​ເທດ​ຈີ​ນ ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ຊູ​ຊາວ​ສີ, ຫົວຫນ້າ​ຄະນະ​ກຳມະການ​ພັດທະນາ​ປະຕິ​ຮູບ​ແຫ່ງ​ຊາດ​ຈີນ ​ແລະ ທ່ານ Montek Singh Aluwalia, ຮອງ​ປະທານ​ຄະນະ​ກຳມະການ​ແຜນການ ອິນ​ເດຍ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ສືບ​ຕໍ່​ປັບປຸງ​ສະພາບ​ແວດ​ລ້ອມ​ການ​ຄ້າ ​ແລະ ການ​ລົງທຶນ, ສົ່ງ​ເສີມ​ວິ​ສາ​ຫະກິດ​ສອງ​ປະ​ເທດ​ເປີດ​ກວ້າງ​ການ​ລົງທຶນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພື້ນຖານ​ໂຄງ​ລ່າງ, ການ​ປະ​​ຢັດ​ພະລັງງານ, ຮັກສາ​ສິ່ງ​ແວດ​ລ້ອມ.. ຈີນ ​ແລະ ອິນ​ເດຍ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ກະຊວງ, ຂະ​ແຫນງ​ການ​ກ່ຽວ​ຂ້ອງ​ເຖິງ​ບັນດາ​ຂົງ​ເຂດ​ຫັນ​ເປັນ​ຕົວ​ເມືອງ​ແບບ​ຍືນ​ຍົງ, ດ້ານ​ເຕັກນິກ​ສື່ສານ, ຜັນ​ຂະຫຍາຍ​ແຜນການ​ດຳ​ເນີນ​ງານ​ຫັນ​ເປັນ​ຕົວ​ເມືອງ ​ແລະ ຄົ້ນ​ຄ້ວາ​ລວມ​ໃນ​ຂົງ​ເຂດ​ພະລັງງານ. ທີ່​ການ​ເຈລະຈາ, ອິນ​ເດຍ ປາດ​ຖະຫນາ​ຢາກ​ວົງ​​ເງິນ​ການ​ຄ້າ​ສອງ​ຝ່າຍ ຈະ​ບັນລຸ​ຈຸດໝາຍ 100 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2015, ພ້ອມ​ທັງ​ຖື​ວ່າ: ຄວນ​ຫລຸດຜ່ອນ​ການ​ຂາດ​ດຸນ​ລົງ​ຢູ່​ໃນ​ລະດັບ​ໝັ້ນຄົງ ດ້ວຍ​ວິທີ​ເພີ່ມ​ການ​ສົ່ງ​ອອກ​ສິນຄ້າ​ຈາກ ອິນ​ເດຍ​ໄປ​ຍັງ​ຈີນ.

 



ຂ່າວ/ບົດ​ອື່ນ