ການເຈລະຈາ4ຝ່າຍກ່ຽວກັບສະພາບການຢູແກຼນບັນລຸໄດ້ໝາກຜົນພໍສົມຄວນ

ການເຈລະຈາ4ຝ່າຍກ່ຽວກັບສະພາບການຢູແກຼນບັນລຸໄດ້ໝາກຜົນພໍສົມຄວນ - ảnh 1
ລັດ​ຖະ​ມົນ​ຕີ​ການ​​ວ່າ​ການ​ກະ​ຊວງ​ການຕ່າງ​ປະ​ເທດ ອາ​ເມ​ລິ​ກາ ແລະ ​ລັດ​ເຊຍ
(ພາບ: AFP-TTXVN)
(vovworld) - ​​​​ພາຍຫຼັງ​ດຳ​ເນີນ​ການ​ເຈ​ລະ​ຈາ​ທີ່​ເຄັ່ງ​ຕຶງ​ເປັນ​ເວ​ລາ 3 ຊົ່ວ​ໂມງ​ຢູ່ “ຄ້າຍ Borsig” ​ນະ​ຄອນຫຼວງ ແບກ​ແລງ, ປະ​ເທ​ດ ເຢຍ​ລະ​ມັນ ​ໃນ​ຄ່ຳ​ຄືນ​ວັນ​ທີ 21/1, ການ​ພົບ​ປະ​ບັນ​ດາ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງການ​ຕ່າງ​ປະ​ເທດ​ກຸ່ມ Normandie (ລວມ​ມີ ຢູ​ແກຼນ, ລັດ​ເຊຍ, ເຢຍ​ລະ​ມັນ ແລະ ຝ​ຣັ່ງ) ​ໄດ້ເຫັນ​ດີ​ເປັນ​ເອ​ກະ​ສ​ັນ​ວ່າ​ບັນ​ດາ​ຝ່າຍ​ປະ​ທະ​ກັນ​ຢ​ູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ​ຕ້ອງ​ຖອນອ​າ​ວຸດ​ໜັກ​ອອກ​ຈາກ​ເຂດ​ປອດ​ການ​ທະ​ຫານ​ຕາມ​ຂໍ້​ຕົກ​ລົງ Minsk ​ທີ່​ໄດ​້​ຮັບ​ການ​ເຊັນ​ກັນ​ເມື່ອ​ເດືອນ 9/2014 ຜ່ານ​ມາ, ກໍ່​ຄື​​ຂີດ​ເຂດ​ຊາຍ​ແດນ​ລະ​ຫວ່າງ​ ອ​ຳ​ນາດ​ການ​ປົກ​ຄອງ ກີ​ແອບ ແລະ ກ​ຳ​ລັງ​ທວງ​ເອົາ​ເອກ​ະ​ລາດ​ຢູ່ ຢູ​ແກຼ​ນ ຕາ​ເວັນ​ອອກ.

        ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເຢຍ​ລະ​ມັນ Frank Walter Steinmeier ໃຫ້​ຮູ້​ວ່າ: ບັ​ນ​ດາ​ຝ່າຍ​ບັນ​ລຸ​ໄດ້​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ກ່ຽວ​ກັບ​ເສັ້ນ​ຊາຍ​ແດນ ແລະ ຈາກນັ້ນ​ຈະ​ດຳ​ເນີນ​ການ​ຖອນ​ອາ​ວຸດ​ໜັກ​ຖືກ​ຕາມ​ຂໍ້​ຕົກ​ລົງ Minsk. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເຢຍ​ລະ​ມັນ ກໍ່​ໃຫ້​ຮູ້​ວ່າ: ການ​ເຈ​ລະ​ຈາ​ບັນ​ລຸ​ໄດ້​ບັນ​ດາ “ຄວາມ​ກ້າວ​ໜ້າ​ພໍ​ສົ​ມ​ຄວນ”, ແຕ່​ສິ່ງ​ດັ່ງ​ກ່​າວບໍ່​​ໝາຍ​ຄວາມວ່າ​ຈະ​ນຳ​ມາ​ເຊິ່ງ “ບາດ​ກ້າວ​ກະ​ໂດ​ດ​ຂັ້ນ” ໃຫ້​ແກ່​ບັນ​ຫາ ຢູ​ແກຼນ ຕາ​ເວັນ​ອອກ.


ຂ່າວ/ບົດ​ອື່ນ