ການເລືອກຕັ້ງປະທານາທິບໍດີເລີ່ມແຕ່ຕອນເຊົ້າວັນທີ 08/11,ຕາມເວລາທ້ອງຖິ່ນ
ຜູ້ອອກສະໝັກຮັບເລືອກຕັ້ງພັກປະຊາທິປະໄຕ Hillary Clinton
ແລະ ທ່ານ Donald Trump
(ພາບປະກອບ: AP)
(vovworld) - ຮຸ່ງເຊົ້າວັນທີ 08/11 (ຕາມເວລາອາເມລິກາ), ບັນດາສະຖານທີ່ປ່ອນບັດເລືອກຕັ້ງຢູ່ລັດ New Hamshire ໄດ້ເປີດປະຕູ ຕ້ອນຮັບຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງປະທານາທິບໍດີຜູ້ທີ 45 ຂອງອາເມລິກາ, ເລີ່ມເປີດສາກການເລືອກຕັ້ງປະທານນາທິບໍດີຢູ່ປະເທດນີ້ຢ່າງເປັນທາງການ. ໃນຈຳນວນຜູ້ມີສິດເລືອກຕັ້ງອາເມລິກາ 200 ລ້ານຄົນ, ຄາດວ່າ, ຈະມີປະມານ 120 ລ້ານຄົນຈະໄປປ່ອນບັດເລືອກຕັ້ງປະທານາທິບໍດີ, ສະມາຊິກສະພາຕ່ຳທຸກທ່ານ, 1/3 ຈຳນວນສະມາຊິກສະພາສູງ ແລະ ຜູ້ວ່າການລັດ. ຕາມບັນດາການຢັ່ງຫາງສຽງຄັ້ງລ້າສຸດ, ຜູ້ອອກສະໝັກຮັບເລືອກຕັ້ງພັກປະຊາທິປະໄຕ Hillary Clinton ສືບຕໍ່ຍາດໄດ້ທ່າໄດ້ປຽບ ຕໍ່ຄູ່ແຂ່ງທ່ານ Donald Trump ຂອງພັກສາທາລະນະ ດ້ວຍໄລຍະຫ່າງແຕ່ 2 – 5%.
ບັນດາສະຖານທີ່ປ່ອນບັດຈະອັດປະຕູໃນເວລາ 24 ໂມງ, ເຖິງຢ່າງໃດກໍ່ຕາມ, ວົງການສື່ສານກໍ່ຫວັງວ່າ ສາມາດຄາດຄະເນໝາກຜົນໃນເບື້ອງຕົ້ນໃນເວລາປະມານ 22 ໂມງ ຂອງວັນດຽວກັນໄດ້, ພາຍຫຼັງບັນດາລັດສຳຄັນສຳເລັດວິວັດການປ່ອນບັດ. ເລື່ອງປະກາດຜູ້ໄດ້ຮັບໄຊຊະນະ ອາດຈະຕ້ອງລໍຖ້າຮອດວັນທີ 09/11, ຖ້າຫາກຜູ້ອອກສະໝັກຮັບເລືອກຕັ້ງ 2 ທ່ານມີໝາກຜົນຢ່າງເທົ່າທຽມກັນ.