ການເລືອກຕັ້ງປະທານາທິບໍດີ ຢູ່ອາເມລິກາ ປີ 2012
ການໂຕ້ວາທີຄັ້ງທີ 2
(ພາບ:baodongnai.com.vn)
(TTXVN)- ຕອນຄ່ຳວັນທີ 22/10 ຕາມເວລາທ້ອງຖິ່ນ, ຢູ່ລັດ Florida ປະເທດອາເມລິກາ, ໄດ້ດຳເນີນການໂຕ້ວາທີໂດຍກົງຄັ້ງສຸດທ້າຍລະຫວ່າງຜູ້ອອກສະໝັກຮັບເລືອກຕັ້ງສອງທ່ານຄືປະທານາທິບໍດີອາເມລິກາ ຄົນປະຈຸບັນ B.Obama ແລະ ຜູ້ອອກສະໝັກຮັບເລືອກຕັ້ງສັງກັດພັກສາທາລະນະລັດ Mitt Romney. ຫົວເລື່ອງຂອງການໂຕ້ວາທີສຸມໃສ່ນະໂຍບາຍການຕ່າງປະເທດ,ໃນນັ້ນມີສະພາບການຢູ່ຕາເວັນອອກກາງ ແລະ ບັນຫາຕ້ານກໍ່ການຮ້າຍ. ຕາມບັນດານັກໄຈ້ແຍກແລ້ວ, ການໂຕ້ວາທີໂດຍກົງຄັ້ງທີ 3 ນີ້ຖືກຄາດຄະເນວ່າແມ່ນການຊ່ວງເສັງທີ່ຂ້ຽວຂາດທີ່ສຸດລະຫວ່າງຜູ້ອອກສະໝັກຮັບເລືອກຕັ້ງສອງທ່ານ ເພື່ອຍາດເອົາການສະໜັບສະໜູນສຸດທ້າຍຂອງບັນດາຜູ້ມີສິດເລືອກຕັ້ງກ່ອນກ້າວເຂົ້າສູ່ການເລືອກຕັ້ງໃນວັນທີ 6/11 ທີ່ຈະມາເຖິງ. ຄາດວ່າ, ການໂຕ້ວາທີຈະດຶງດູດຜູ້ຊົມທາງໂທລະພາບໃນທົ່ວປະເທດປະມານ 10 ລ້ານເທື່ອຄົນ. ການຢັ່ງຫາງສຽງຂອງສະຖາບັນ Gallup ປະກາດໃຫ້ຮູ້ວ່າ: ປະຈຸບັນ, ມີປະຊາຊົນອາເມລິກາ ຫຼາຍຄົນເຊື່ອໝັ້ນວ່າ ທ່ານ B.Obama ຈະສືບຕໍ່ອາຍຸການທີ 2 ແມ່ນດີກ່ວາອີກ. ອັດຕາສ່ວນຜູ້ສະໜັບສະໜູນທ່ານ B.Obama ພາຍຫຼັງການໂຕ້ວາທີໂດຍກົງຄັ້ງທີ 2 ແມ່ນ 51% ໃນຂະນະທີ່ອັດຕາສ່ວນຜູ້ສະໜັບສະໜູນທ່ານ Mitt Romney ມີພຽງແຕ່ 38% ເທົ່ານັ້ນ.