ການເລືອກຕັ້ງຢູ່ ເຢຍລະມັນ: ພັນທະມິດປະຊາທິປະໄຕ/ ສັງຄົມ ສາສະໜາ ຄຣິດ ນຳໜ້າ
ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel
(ພາບ: AP)
(vovworld) – ຢູ່ປະເທດ ເຢຍລະມັນ, ພັນທະມິດປະຊາທິປະໄຕ/ ສັງຄົມ ສາສະໜາ ຄຣິດ (CDU/CSU) ຂອງທ່ານນາງນາຍົກລັດຖະມົນຕີ Angela Merkel ຍາດໄດ້ຈຳນວນບັດສະໜັບສະໜູນສູງສຸດ, ແຕ່ບໍ່ທັນຍາດໄດ້ຈຳນວນບັດສະໜັບສະໜູນຢ່າງພຽງພໍເພື່ອສ້າງຕັ້ງລັດຖະບານໃໝ່. ຮອດເວລາ 24 ໂມງວັນທີ 22/9 (ຕາມເວລາ ເຢຍລະມັນ), ພັນທະມິດປະຊາທິປະໄຕ/ ສັງຄົມ ສາສະໜາ ຄຣິດ ຍາດໄດ້ 41,7% ຈຳນວນບັດສະໜັບສະໜູນ, ພັກປະຊາທິປະໄຕ ສັງຄົມ (SPD) ຍາດໄດ້ 25,6% ຈະນວນບັດສະໜັບສະໜູນ ໃນຂະນະນັ້ນພັກຝ່າຍຊ້າຍຍາດໄດ້ 8,5% ແລະ ພັກຂຽວ ຍາດໄດ້ 8,4%. ຄູ່ຮ່ວມມືພັນທະມິດກຳອຳນາດ ຂອງ ພັນທະມິດປະຊາທິປະໄຕ/ ສັງຄົມ ສາສະໜາ ຄຣິດ ແມ່ນພັກປະຊາທິປະໄຕ ເສລີພາບ (FDP) ຍາດໄດ້ພຽງ 4,7% ຈຳນວນບັດສະໜັບສະໜູນ, ບໍ່ເກີນອັດຕາ 5% ຕາມຂໍ້ກຳນົດຂອງກົດໝາຍເພື່ອມີຜູ້ຕາງໜ້າໃນສະພາແຫ່ງຊາດ. ສ່ວນ, ພັກ “ການເລືອກເຟັ້ນໃຫ້ແກ່ປະເທດ ເຢຍລະມັນ” (AFD) ກໍ່ຍາດໄດ້ພຽງ 4,8% ຈຳນວນບັດສະໜັບສະໜູນ ແລະ ບໍ່ມີທີ່ນັ່ງໃນສະພາແຫ່ງຊາດຊຸດໃໝ່. ເປັນອັນວ່າ, ພັນທະມິດປະຊາທິປະໄຕ/ ສັງຄົມ ສາສະໜາ ຄຣິດ ຍາດໄດ້ ພຽງ 296 ທີ່ນັ່ງ, ດັ່ງນັ້ນ ພັນທະມິດປະຊາທິປະໄຕ/ ສັງຄົມ ສາສະໜາ ຄຣິດ ຕ້ອງຊອກຫາຄູ່ຮ່ວມມືເພື່ອສ້າງຕັ້ງພັນທະມິດກຳອຳນາດໃໝ່. ທ່ານປະທານສະພາເອີລົບ Herman Van Rompuy ໄດ້ອອກຖະແຫຼງການອວຍພອນໃຫ້ທ່ານນາງນາຍົກລັດຖະມົນຕີ Angela Merkel, ສະແດງຄວາມປາດຖະໜາວ່າລັດຖະບານໃໝ່ຂອງທ່ານນາງຈະສືບຕໍ່ປະກອບສ່ວນເຂົ້າໃນການສ້າງ ເອີລົບ ສັນຕິພາບ, ວັດທະນາຖາວອນ ແລະ ບັນລຸຜົນສຳເລັດ.