ການເສັງຊອກຮູ້ປະຫວັດສາດຫວຽດນາມ
(ພາບ:baotanglichsu.vn)
(vovwold) - ເພື່ອຂ່ຳນັບຊົມເຊີຍ 71 ປີ ແຫ່ງວັນສ້າງຕັ້ງກອງເຍົາວະຊົນປະຈັນບານ ໂຮ່ຈີມິນ (15/5), ແລະ 122 ປີ ແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19/5), ຕອນເຊົ້າວັນທີ 13/5, ຢູ່ ຮ່າໂນ້ຍ, ຄະນະຊາວໜຸ່ມນະຄອນ, ສະພາເຍົາວະຊົນນະຄອນຮ່າໂນ້ຍ ໄດ້ຈັດຕັ້ງການເສັງຊອກຮູ້ປະຫວັດສາດຫວຽດນາມ, ສຳຫຼັບນັກຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ. ບັນດາທິມເຂົ້າຮ່ວມຈະສະແດງໃຫ້ເຫັນຄວາມສາມາດ, ຄວາມຮູ້ຂອງຕົນກ່ຽວກັບປະຫວັດສາດຂອງປະເທດ. ຄະນະຈັດຕັ້ງໄດ້ມອບລາງວັນທີ 1 (1 ລາງວັນ), ລາງວັນທີ 2 (2 ລາງວັນ), ລາງວັນທີ 3 ( 3 ລາງວັນ) ໃຫ້ແກ່ບັນດາທິມດີເດັ່ນ. Nguyen Thuy Trang, ນັກຮຽນມັດທະຍົມຕອນຕົ້ນ Duong Xa, ຢາເລິມ, ຮ່າໂນ້ຍ, ເຂົ້າຮ່ວມການເສງນີ້, ໃຫ້ຮູ້ວ່າ:
”ການເສັງໄດ້ຊ່ວຍໃຫ້ນ້ອງມີຄວາມຮັກຕໍ່ປະເທດຊາດ, ແລະ ທ້ອງ ຖີ່ນຂອງຕົນກວ່າ, ພວກນ້ອງຮູ້ສຶກເອກອ້າງທະນົງໃຈ ເພາະວ່າຕົນເອງແມ່ນຄົນຫວຽດນາມ, ແມ່ນລູກຫຼານຂອງປະເທດທີ່ເຂັ້ມຄົ້ນໄປດ້ວຍມູນເຊື້ອຕໍ່ສູ້, ມີປະຫວັດຄວາມເປັນມານັບພັນປີ. ນ້ອງຫວັງວ່າຈະມີການເສັງຄືແນວນີ້ຫຼາຍກວ່າອີກ, ແລະ ຫວັງວ່າພວກເພື່ອນນັກຮຽນຈົ່ງຫວນຄືນກົກເຄົ້າເຫງົ້າກໍຂອງຕົນ”